ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ລົງເຄື່ອນໄຫວ,ຕິດຕາມກວດກາ ຢູ່ແຂວງຫລວງນ້ຳທາ

ຕ.ລ. 6, 2022

ໃນວັນທີ 5 ຕຸລາ 2022 ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ລົງຕິດຕາມກວດກາ 6 ເດືອນທ້າຍປີ 2022 ຢູ່ແຂວງຫລວງນ້ຳທາ ນຳໂດຍທ່ານ ປະລິນຍາເອກ ລີເບີ ລີບົວປາວ ກຳມະການສູນກາງພັກ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໂອກາດນີ້ໄດ້ເຂົ້າຢ້ຽມຢາມພົບປະທ່ານ ຄຳໄຫລ ສີປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ ແລະ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເພື່ອລາຍງານຈຸດປະສົງໃນການລົງເຄື່ອນໄຫວຢ້ຽມຢາມເຮັດວຽກໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໂດຍຫຍໍ້ຂອງແຂວງຫລວງນ້ຳທາ ແລະ ສະພາປະຊາຊົນແຂວງ.

               ຕອນເຊົ້າວັນດຽວກັນໄດ້ເປີດກອງປະຊຸມຮ່ວມກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ປະລິນຍາເອກ ລີເບີ ລີບົວປາວ ກຳມະການສູນກາງພັກ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງເຂົ້າຮ່ວມ 30 ກວ່າຄົນ.

ກອງປະຊຸມຮັບຟັງການລາຍງານຕາມຄຳຖາມເຈາະຈີ້ມຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ເປັນຕົ້ນຮັບຟັງການລາຍງານຂອງບັນດາພະແນກການຂອງແຂວງທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍ, ວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງ, ໂດຍສະເພາະລົງເລິກກ່ຽວກັບໂຄງການລົງທຶນຂອງລັດ ແລະ ໜີ້ສິນໂຄງການລົງທຶນຂອງລັດ ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມປີ 2023 ຂອງແຂວງ; ບົດລາຍງານການຈັດຕັ້ງປະຕິບັດຄາດໝາຍ, ວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ມະຕິແຜນງົບປະມານແຫ່ງລັດປີ 2022 ຂອງແຂວງ ແລະ ຮັບຟັງລາຍງານກ່ຽວກັບການຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກໂດຍສະເພາະສຸມໃສ່ຕິດຕາມກວດກາສະພາບການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ການເຄື່ອນເໜັງຂອງອັດຕາແລກປ່ຽນ ຂອງແຂວງ; ວາລະດຽວກັນ ຜູ້ແທນກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນຕາມຄຳຖາມເຈາະຈີ້ມຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍໃນຂົງເຂດແຜນການ-ການລົງທືນພາຍໃນແຂວງ ຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດັ່ງກ່າວ ໃຫ້ມີຄວາມຖຶກຕ້ອງສອດຄ່ອງຕາມຄວາມເປັນຈິງຂື້ນກວ່າເກົ່າ ແລະ ເຮັດໃຫ້ການຕິດຕາມກວດກາ, ເກັບກຳຂໍ້ມູນ ຂອງກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ໃຫ້ໄດ້ຂໍ້ມູນແຈ້ງ ກວ່າເກົ່າ ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດ ຊຸດທີ9 ທີ່ຈະໄຂຂື້ນໃນຕໍ່ໜ້າ.

ໂອກາດນີ້ ໄດ້ຮັບຟັງຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານ ປະລິນຍາເອກ ລີເບີ ລີບົວປາວ ກຳມະການສູນກາງພັກ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານ ເປັນຕົ້ນແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຫັນວ່າມີຜົນສຳເລັດຫລາຍດ້ານພໍສົມຄວນ ແລະ ຮຽກຮ້ອງເອົາໃຈໃສ່ສືບຕໍ່ແຜນວຽກທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

          ແລະຕອນແລງຂອງວັນດຽວ ກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ, ເກັບກຳຂໍ້ມູນຕົວຈິງ ແລະ ເປີດກອງປະຊຸມຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫລວງນ້ຳທາ ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ລີເບີ ລີບົວປາວ ກຳມະການສູນກາງພັກ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ, ເຂົ້າຮ່ວມຂອງທ່ານ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງ, ທ່ານ ສີພອນ ກອງຈຳປາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ, ຫົວໜ້າບໍລິຫານເຂດເສດຖະກິດພິເສດ, ຫົວໜ້າ, ຮອງຫົວໜ້າ ປກສ ເຂດເສດຖະກິດພິເສດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 20 ກວ່າຄົນ.

ກອງປະຊຸມຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດພິເສດ ໂດຍສະເພາະແມ່ນການລົງທືນ, ການສ້າງຖານລາຍຮັບ, ການສຳລະສະສາງເປັນເງິນຕາຕ່າງປະເທດ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາສິ່ງເສບຕິດ ຢູ່ພາຍໃນເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ, ນອກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນປະກອບຄຳຄິດເຫັນຕໍ່ກັບບັນຫາທີ່ພົບຄວາມຫຍຸ້ງຍາກຢູ່ພາຍໃນເຂດເຂດເສດຖະກິດພິເສດ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເຂດເສດຖະກິດພິເສດ ໄດ້ຮັບການພັດທະນາຖຶກຕ້ອງສອດຄ່ອງກັບລະບຽບກົດໝາຍ, ນິຕິກຳ, ລະບຽບການຕ່າງໆທີ່ກ່ຽວຂ້ອງ ພ້ອມທັງໄດ້ຮັບການພັດທະນາຂື້ນຢ່າງບໍ່ຢຸດຢັ້ງ ແລະ ສຳເລັດຕາມແຜນງານທີ່ວ່າງໄວ້.