![](https://na.gov.la/wp-content/uploads/2022/08/WhatsApp-Image-2022-08-08-at-2.58.53-PM-1.jpeg)
ອຸປະກອນທີ່ນຳມາມອບຄັ້ງນີ້ ປະກອບມີເຄື່ອງແມ່ລະບົບໄມ 1 ໜ່ວຍ, ໄມສຳລັບປະທານ 1 ອັນ, ໄມສຳລັບຜູ້ເຂົ້າຮ່ວມ 40 ອັນ ແລະ ສາຍຕໍ່ 3 ກໍ້ ລວມມູນຄ່າ 7.000 ໂດລາ ຫລື ປະມານ 107 ລ້ານກວ່າກີບ ໂດຍແມ່ນທ່ານ ຢາງ ຊິງ ຫລົງ ປະທານບໍລິສັດ ອຸດສາຫະກຳ ຈົ່ງຈູ້ ລາວ ຈຳກັດ ເປັນຜູ້ມອບ ແລະ ຮັບໂດຍ ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.![]()
![](https://na.gov.la/wp-content/uploads/2022/08/WhatsApp-Image-2022-08-08-at-2.58.53-PM-2.jpeg)
ໂອກາດດັ່ງກ່າວ, ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ທ່ານ ນາງ ປິ່ງຄຳ ລາຊະສິມມາ ຍັງໄດ້ມອບໃບຍ້ອງຍໍໃຫ້ທ່ານ ຢາງ ຊິງ ຫລົງ ເນື່ອງຈາກມີຜົນງານດີເດັ່ນ ໃນການປະກອບສ່ວນຊ່ວຍເຫລືອຊຸດອຸປະກອນຫ້ອງປະຊຸມໃນຄັ້ງນີ້.![]()
![](https://na.gov.la/wp-content/uploads/2022/08/WhatsApp-Image-2022-08-08-at-2.58.53-PM-3.jpeg)
ພ້ອມດຽວກັນນີ້, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກໍໄດ້ມອບຕໍ່ອຸປະກອນດັ່ງກ່າວ ໃຫ້ສະພາປະຊາຊົນແຂວງສາລະວັນ ເຊິ່ງຕາງໜ້າຮັບໂດຍທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ ເພື່ອໃຫ້ນຳເອົາອຸປະກອນທີ່ໄດ້ຮັບການຊ່ວຍເຫລືອຄັ້ງນີ້ ປະກອບເຂົ້າໃນຫ້ອງປະຊຸມ ຮັບໃຊ້ໃຫ້ແກ່ວຽກງານຂອງສະພາປະຊາຊົນແຂວງ ໃຫ້ເກີດປະໂຫຍດສູງສຸດ.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)