ກອງປະຊຸມສະຫຼຸບຕີລາຄາການຈັດຕັງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ 2022 ຂອງຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ກ.ກ. 28, 2022

ຕອນເຊົ້າ ວັນທີ 28 ກໍລະກົດ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງຄວາມສະຫງົບ (ຄຢປປ) ໂດຍການເປັນປະທານ ຂອງທ່ານພັທ ຄໍາດາ ໂສລະພົມ; ເປັນກຽດເຂົ້າຮ່ວມໂດຍທ່ານ ຫຸມເພັງ ຈອມວິສານ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ (ຜູ້ຊີ້ນໍາວຽກງານ ຄຍປປ); ມີບັນດາປະທານ, ຮອງປະທານຄະນະກໍາ ສພຂ, ຮອງເລຂາທິການ ສພຂ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນ ຄຍປປ ເຂົ້າຮ່ວມ.

ທີ່ກອງປະຊຸມໄດ້ຮັບຟັງ ທ່ານ ຄໍາພັນ ຄຸນສົມບັດ ຮອງປະທານ ຄຍປປ  ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022  ຂອງ ຄຍປປ ເຊິ່ງທ່ານກໍໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາເປັນຕົ້ນ: “ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ທີ່ສະພາແຫ່ງຊາດສົ່ງມາມີ​ຈຳ​ນວນ 13 ສະບັບ ແລະ ເຂົ້າ​ຮ່ວມ​ຕິດ​ຕາມກວດ​ກາ​ການ​ປະ​ເມີນ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍຈຳ​ນວນ 4 ສະ​ບັບ;​  ​ຮັບຄໍາ​ຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ 12 ສະບັບ, ຄ້າງໃນ​ປີ​ຜ່ານ​ມາຈໍານວນ 2 ​ເລື່ອງ ລວມ​ທັງ​ໝົດ 14 ​ເລື່ອງ ໃນ​ນີ້; ​ນຳ​ສົ່ງ​ໃຫ້​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ແຜນ​ການ ແລະ ການ​ເງິນ ມີ 3 ເລື່ອງ. ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ແລະ ປກຊ-ປກ​ສ ໄດ້ຄົ້ນ​ຄວ້າ​, ແກ້​ໄຂສໍາເລັດ ມີ 11 ​ເລື່ອງ ແລະ ພວມ​ຄົ້ນ​ຄວ້າ ແກ້​ໄຂ​ມີ 1 ​ເລື່ອງ ເທົ່າກັບ 95% ລືນຄາດໝາຍ 15% ທຽບໃສ່ແຜນການປີ ​ຊຶ່ງໃນ​ນີ້; ໄດ້​ນຳ​ສົ່ງ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ຄົ້​ນ​ຄວ້າ​ແກ້​ໄຂ 10 ເລື່ອງ, ແຈ້ງ​ຕອບ​ໃຫ້​ຜູ້​ຮ້ອງ​ຂໍຄວາມ​ເປັນ​ທຳ 1 ເລື່ອງ, ຮັບຕ້ອນ ແລະ ໃຫ້ຄໍາແນະນໍາທາງດ້ານກົດໝາຍ ໃຫ້ແກ່ປະຊາຊົນ ຈໍານວນ 2 ຄັ້ງ, ມີ 4 ທ່ານ. ສະມາຊິກສະພາ​ປະຊາຊົນ​​ແຂວງ ທີ​ເປັນ​ກຳ​ມະ​ການ​ສັງ​ກັດ​ຄະ​ນະ​ກຳ​ມະ​ການປະ​ຈຳ​ຢູ່​ບັນ​ດາ​ເມືອງ ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາທັງໝົດ 1 ສະບັບ, ແກ້ໄຂ 1 ສະບັບ. ບັນ​ຫາຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ທີ່​ພົ້ນ​ເດັ່ນ: ແມ່ນ​ກ່ຽວ​ກັບ​ຂໍ້​ຂັດ​ແຍ່ງ​ທີ່​ດິນ”. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ເນື້ອໃນບົດສະຫຼຸບດັ່ງກ່າວ.

ໃນໂອກາດດຽດກັນນີ້ ທ່ານ ຫຸມເພັງ ຈອມວິສານ ໃຫ້ກຽດໂອລົມຕໍ່ກອງປະຊຸມ ເຊິ່ງກ່ອນທ່ານ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄຍປປ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານ ຍັງໄດ້ມີຄໍາເຫັນບາງຫາຕໍ່ກັບທິດທາງ 6 ເດືອນທ້າຍປີ ຂອງ ຄຍປປ ເປັນຕົ້ນ: “ຍົກສູງຄູນນະພາບການເປັນເສນາທິການໃນການຄົ້ນຄ້ວາພິຈາລະນາ ແລະ ແກ້ໄຂຄຳຮ້ອງ, ຄໍາສະເໜີຕ່າງໆຂອງພົນລະເມືອງ ເຫັນວ່າຍັງ ຊັກຊ້າແກ່ຍາວເວລາ; ກວດກາ ແລະ ປັບປຸງຄືນຕື່ມ ຕໍ່ກັບທິດທາງແຜນການ ຂອງ ຄຢປປ ໂດຍຫັນຈາກ ແຜນດໍາເນີນງານ ຂອງຄະນະປະຈໍາສະພາປະຊາຊົນແຂວງມາຫັນເປັນແຜນວຽກຈຸດສຸມອັນລະອຽດຂອງຄະນະກຳມະການຕົນ. ເປັນຕົ້ນແມ່ນ: ການກໍານົດໜ້າວຽກ, ບັນດາເນື້ອໃນທີ່ຈະນໍາເຂົ້າກອງປະຊຸມສະໄໝສາມັນເທື່ອທີ 3 ເທື່ອທີ 4 ລວມທັງຂອງຂະແໜງການກ່ຽວຂ້ອງ; ຕໍ່ກັບການສ້າງນິຕິກຳໃຕ້ກົົດໝາຍ ຂອງອົງການປົກຄອງແຂວງ (ຂໍ້ຕົກລົງເຈົ້າແຂວງ) ໃຫ້ເອົາໃຈໃສ່ຕິດຕາມກວດກາຕາມມະຕິແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ; ພ້ອມກັນນັ້ນ, ທ່ານຍັງໄດ້ມີບາງຫາຕໍ່ ຄຍປປ ທ່ານໄດ້ກ່າວວ່າ: ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາຂອງຄະນະກໍາມະການ ພ້ອມທັງ ເພີ່ມທະວີການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ”.

ພາບ-ຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ