(ສພຊ) ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ກໍລະກົດ 2022 ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ມີທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ມີບັນດາການນຳຂັ້ນເເຂວງ, ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍແຂກຖືກເຊີນ.
ໃນກອງປະຊຸມ ທ່ານ ກົງແກ້ວ ມີວໍລະຈັກ ໄດ້ກ່າວສູນທອນພົດ ໄຂກອງປະຊຸມ ເຊິ່ງມີເນື້ອໃນບາງຕອນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ພິຈາລະນາ, ຮັບຮອງ ບັນຫາສໍາຄັນດັ່ງນີ້:
ພິຈາລະນາ, ຮັບຮອງເອົາການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບການ ຈຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022;
ຮັບຟັງການລາຍງານ ຈາກຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ຮັບຟັງການລາຍງານ ຈາກຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022;
ຮັບຟັງການລາຍງານ ຈາກຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ ພາຍໃນແຂວງສະຫວັນນະເຂດ;

ຮັບຟັງການລາຍງານ ຈາກຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນທຸກສາຍ ໃນໄລຍະໃໝ່; ຮັບຟັງການລາຍງານ ຈາກຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
ຮັບຟັງການລາຍງານ ຈາກຫົວໜ້າກອງບັນຊາການ ປກສ ແຂວງ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
ຮັບຟັງການລາຍງານ ຈາກຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບການປະຕິບັດພາລະບົດບາດຕິດຕາມກວດກາທົ່ວໄປ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ;
ຮັບຟັງການລາຍງານ ຈາກປະທານສານປະຊາຊົນແຂວງ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຕັດສິນຄະດີແພ່ງ, ຄະດີອາຍາ, ກົນໄກການປະສານສົມທົບ ໃນການດໍາເນີນຄະດີຂອງສານປະຊາຊົນແຂວງ, ເຂດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ;

ຮັບຟັງການລາຍງານ ຈາກຫົວໜ້າພະແນກຍຸຕິທໍາແຂວງ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ວຽກງານທະບຽນສານ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ພ້ອມທັງລາຍງານ ກ່ຽວກັບການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ ໃນໄລຍະຜ່ານມາ;
ຮັບຟັງການລາຍງານ ຈາກຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍໃນໄລຍະຜ່ານມາ ໂດຍສະເພາະຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງທົ່ວແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ຮອດປີ 2025;
ພິຈາລະນາ, ຮັບຮອງເອົາການປະເມີນບ້ານເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ຂອງອົງການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II.

ກອງປະຊຸມສະໄໝສາມັນເທືອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ດຳເນີນໄປຈົນເຖິງວັນທີ 29 ກໍລະກົດ 2022 ຈຶ່ງຈະສຳເລັດ.
ໃນໄລຍະດຳເນີນກອງປະຊຸມທ່ານສາມາດຝາກຄຳຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ໄປຍັງສາຍດ່ວນ 041156.
(ພາບ ແລະຂ່າວ: ກົງທະນູຄຳ ພິພັດເສລີ)

