ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສພຂ ສະຫວັນນະເຂດ ຊຸດທີ I

ກ.ກ. 27, 2020

(ສພຊ) ລະຫວ່າງວັນທີ 22-24 ກໍລະກົດ 2020 ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ), ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ I ທີ່ຫໍວັດ ທະນະທໍາໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ຜັນທະຈອນ ປະທານ ສພຂ ສະຫວັນນະເຂດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ, ເຈົ້າແຂວງໆສະຫວັນນະເຂດ, ບັນດາທ່ານການນໍາພັກ–ລັດແຂວງ ແລະ ເມືອງ ອະດີດການນໍາ ແລະ ອະດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13, ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ພິທີໄຂກອງປະຊຸມ ທ່ານ ຄໍາເຜີຍ ຜັນທະຈອນ ໄດ້ກ່າວວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນເທື່ອ​ທີ 9 ຂອງ​ສພຂ ສະຫວັນນະເຂດ ຊຸດ​ທີ I  ໄຂຂຶ້ນຢ່າງເປັນທາງການໃນທ່າມກາງທີ່​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວປວງຊົນລາວທັງຊາດເວົ້າ​ລວມ, ​ເວົ້າ​ສະ​ເພາະກໍຄືປະຊາຊົນຊາວແຂວງສະຫວັນນະເຂດ ກໍາລັງສືບຕໍ່ປະຕິບັດມາດຕະການ ຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ​ປະຊາຊົນ​ປະຕິ​ວັດ​ລາວ ແລະ ມະຕິກອງປະຊຸມ ຄັ້ງທີ VIII ຂອງອົງຄະນະພັກແຂວງສະຫວັນນະເຂດ, ​ແຜນ​ພັດທະນາ​ເສດຖະກິດ–ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII (2016-2020) ຂອງລັດຖະບານ ແລະ ຂອງແຂວງ ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ແລະ ໃນທ່າມກາງ​ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ຄືວັນທີ 20 ກໍລະກົດ ເຊິ່ງກອງປະຊຸມ ຈະ​ໄດ້​ພິຈາລະນາ ​ແລະ ຕົກລົງ​ບັນຫາ​ສໍາຄັນ​ຂອງ​ແຂວງ​ດັ່ງ​ນີ້: ພິຈາລະນາ ແລະ ຮັບຮອງເອົາການ​ລາຍ​ງານ​ຂອງທ່ານ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ ກ່ຽວ​ກັບສະພາບການ​ພັດທະນາ​ເສດຖະກິດ​-ສັງຄົມ ປະຈໍາ 6 ​ເດືອນ​ຕົ້ນປີ ​ແລະ ທິດທາງແຜນ​ການ ປະຈຳ 6 ​ເດືອນທ້າຍ​ປີ 2020 ຂອງແຂວງສະຫວັນນະເຂດ; ຮັບຟັງການລາຍ​ງານ​ຈາກທ່ານ​ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວ​ກັບການ​ຈັດຕັ້ງ​ປະຕິບັດແຜ​ນພັດທະນາ​ເສດຖະກິດ​-ສັງຄົມຂອງແຂວງ ປະຈໍາ 6 ​ເດືອນ​ຕົ້ນປີ ແລະ ທິດທາງແຜນ​ການ ປະຈຳ 6 ​ເດືອນທ້າຍ​ປີ 2020; ຮັບຟັງການ​ລາຍ​ງານ​ຈາກທ່ານ ຜູ້ວ່າການຫົວໜ້າພະແນກການເງິນແຂວງ ກ່ຽວ​ກັບການ​ຈັດຕັ້ງ​ປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາ 6 ​ເດືອນ​ຕົ້ນປີ ​ແລະ ທິດທາງແຜນ​ການ ປະຈຳ 6 ​ເດືອນທ້າຍ​ປີ 2020; ຮັບ​ຟັງ​ການ​ລາຍ​ງານ​ຈາກທ່ານຜູ້ຮັກສາການ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ ກ່ຽວ​ກັບການຕິດຕາມ​ກວດກາການ​ປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ກ່ຽວກັບການກວດຄົ້ນເຄຫະສະຖານ, ການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງຜູ້ຖືກຫາ ຂອງອົງການໄອຍະການປະຊາຊົນແຂວງ; ຮັບ​ຟັງ​ການ​ລາຍ​ງານ​ຈາກທ່ານ​ປະທານ​ສານ​ປະຊາຊົນ​ແຂວງ ກ່ຽວ​ກັບການພິຈາລະນາຕັດສິນ​ຄະດີຢາເສບຕິດຢູ່​ສານ​ຂັ້ນ​ຕົ້ນ ​ແລະ ຂັ້ນ​ອຸທອນ; ຮັບ​ຟັງ​ການ​ລາຍ​ງານກ່ຽວ​ກັບການ​ເຄື່ອນ​ໄຫວ​ວຽກ​ງານຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນໄລຍະສອງກອງປະຊຸມ; ພິຈາລະນາ ແລະ ຮັບຮອງເອົາຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ແຂວງໆສະຫວັນນະ​ເຂດ ວ່າ​ດ້ວຍການ​ຄຸ້ມ​ຄອງຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ​ພາຍ​​ໃນ​ແຂວງ​ສະຫວັນ​ນະ​ເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນທົ່ວແຂວງສະຫວັນນະເຂດ ສະບັບປັບປຸງ ແລະ ພິຈາລະນາ ແລະ ຮັບຮອງເອົາການສະເໜີຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບການຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ, ກົມກອງຂອງອົງການ ປົກຄອງແຂວງ.

ນອກນັ້ນ, ກອງ​ປະຊຸມ​​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ແລະ ການ​ຊີ້​​ແຈງຈາກ​ບັນດາ​ພະ​ແນ​ກການ​ຈໍ​ານວນ​ໜຶ່ງ​ຂ​ອງອົງການ​ປົກຄອງ​ແຂວງ ຫລື ​ໃນ​ປະ​ເດັນ​ທີ່​ບັນດາ​ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາ​ຊິກ​ສະພາ​ປະຊາ​ຊົນ​ແຂວງ ມີ​ຄວາມ​ສົນ​ໃຈ.