loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເລຂາທິການສະພາແຫ່ງຊາດ ເຄື່ອນໄຫວຊຸກຍູ້ ແລະ ເກັບກໍາຂໍ້ມູນຢູ່ແຂວງ ເຊກອງ

ມ.ຖ. 18, 2022 | ເຂດ 16 ເຊກອງ

                ໃນຕອນເຊົ້າວັນທີ 16 ມີນາ 2022 ຜ່ານມານີ້, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຈໍານວນໜຶ່ງ ໄດ້ລົງຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ເຊກອງ.
                   ການລົງຄັ້ງນີ້, ແມ່ນໄດ້ເປີດກອງປະຊຸມຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງ ເຊກອງ ທີ່ສະໂມສອນຂອງສະພາປະຊາຊົນແຂວງດັ່ງກ່າວ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນທານ ໂດຍທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ, ປະທານ-ຮອງປະທານ 3 ກໍາມະການ, ຫົວໜ້າ-ຮອງຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນສະພາປະຊາຊົນແຂວງ ເຂົ້າຮ່ວມ.
                 ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ເຊກອງ ໃນໄລຍະຜ່ານມາຈາກທ່ານ ນາງ ຄໍາໄພ ວິລະສານ ຄະນະປະຈໍາ, ເລຂາທິການສະພາປະຊາຊົນແຂວງ ເຊິ່ງເຫັນໄດ້ສະພາບລວມ ແລະ ຈຸດພິເສດ, ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ເປັນຕົ້ນ: ວຽກງານເນື້ອໃນ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ, ວຽກງານຄຸ້ມຄອງຫ້ອງການ, ວຽກງານບໍລິຫານ-ການເງິນ, ວຽກງານສື່ມວນຊົນ ແລະ ວຽກງານອື່ນໆທີ່ປິ່ນອ້ອມ. ຈາກນັ້ນ, ກອງປະຊຸມຍັງໄດ້ມີການສົນທະນາແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງມີຈຸດສຸມ.
               ໃນຕອນບ່າຍຂອງວັນດຽວກັນ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປທ່ຽວຊົມແຫຼ່ງທ່ອງທ່ຽວທາງທໍາມະຊາດ ນໍ້າຕົກຕາດແຝກ ແຂວງ ເຊກອງ ເຊິ່ງໃຫ້ການຕ້ອນຮັບ ແລະ ນໍາທ່ຽວໂດຍທ່ານ ຄໍາໄລ ປັນຍາຄູນ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ເມືອງ ລະມາມ ແຂວງ ເຊກອງ.