8 ບັນຫາໃຫ່ຍ ກອງປະຊຸມສະໄໝສາມັນເທື່ອທີ 3 ສປນວ ຈະໄດ້ພິຈາລະນາຮັບຮອງເອົາ

​ກ.ກ. 22, 2022 | SlideMobile

(ສພຊ) ວັນທີ 21 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ກອງປະ ຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາເນື້ອໃນທີ່ສໍາຄັນ 8 ບັນຫາຄື:
1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບຜົນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງນະຄອນຫຼວງວຽງຈັນ;
2. ຮັບຟັງການສະເໜີ ເພື່ອທາບທາມຄໍາຄິດຄໍາເຫັນກ່ຽວກັບບົດລາຍງານຄວາມຄືບໜ້າ ໃນການປັບປຸງຮ່າງ ແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ຂອງນະຄອນຫຼວງວຽງຈັນ;
3. ຮັບຟັງການລາຍງານຊີ້ແຈງ ບາງວຽກງານສໍາຄັນ ຂອງອົງການປົກຄອງນະຄອນຫລວງວຽງຈັນ ເປັນຕົ້ນ ບັນ ຫາການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນ ບັນຫາພື້ນຖານໂຄງລ່າງຈໍານວນໜຶ່ງ ລວມທັງບັນຫາການຄຸ້ມຄອງຄົນຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ ກ່ຽວກັບການແກ້ໄຂບັນຫາກອງທຶນຢາເສບຕິດນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ;
4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ;
5. ຮັບຟັງການລາຍງານ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດໝາຍໃນການພາງຕົວ ກັກຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນໄລຍະ 6 ເດືອນຕົ້ນປີ 2022 ຂອງອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ;
6. ຮັບຟັງການລາຍງານ ຂອງອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 ໂດຍລົງເລິກການດໍາເນີນຄະດີຢາເສບຕິດ ຢູນະຄອນຫຼວງວຽງຈັນ;
7. ຮັບຟັງການລາຍງານ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງ ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 ໂດຍລົງເລິກການດໍາເນີນພິຈາລະນາຕັດສິນຄະດີຢາເສບຕິດ;
8. ພິຈາລະນາ ແລະ ຮັບຮອງເອົາ ການສະເໜີແຕ່ງຕັ້ງບຸກຄະລາກອນ ຂອງອົງການປົກຄອງນະຄອນຫຼວງວຽງຈັນ ຈໍານວນໜຶ່ງ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປຮອດວັນທີ 26 ກໍລະກົດ 2022, ທ່ານສາມາດໂທຫາສາຍດ່ວນຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນ ໃນໄລຍະດໍາເນີນກອງປະຊຸມທີ່ເບີ 021260242\1156 ເພື່ອຝາກຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ເພື່ອໃຫ້ກອງປະຊຸມນໍາເອົາໄປພິຈາລະນາ ແລະ ແກ້ໄຂຕາມສະພາບຄວາມເປັນຈິງ.
(ຂ່າວ: ນາງ ໄຊໂສພາພອນ; ຮູບ: ກົງທະນູຄຳ)