loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

6 ເດືອນທ້າຍປີ 2023 ເມືອງສາມັກຄີໄຊ ຈະສຸມໃສ່ຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດເສດຖະກິດ.

ມ.ຖ. 21, 2023 | ເຂດ 17 ອັດ​ຕະ​ປື

ໃນວັນທີ 21 ມິຖຸນາ 2023. ທີ່ຫ້ອງປະຊຸມຫ້ອງວ່າການປົກເມືອງສາມັກຄີໄຊ ໄດ້ຈັດກອງປະຊຸມ ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານໃນຂົງເຂດເສດຖະກິດ, ແຜນການ ແລະ ການເງີນ ຂອງເມືອງ. ໂດຍການເປັນປະທານຂອງທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ (ສພຂ) ທັງເປັນປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງີນ (ຄສຜງ) ມີທ່ານ ນາງ ພຸດມະໄລພອນ ແກ້ວວົງສາ ຮອງເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ທ່ານ ຂັນທອງ ຈະເລີນສຸກ ຮອງເຈົ້າເມືອງ ຜູ້ຊີນໍາວຽກງານຂົງເຂດເສດຖະກິດ, ຮອງປະທານ ຄສຜງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຂົງເຂດເສດຖະກິດຂອງເມືອງ ແລະ ວີຊາການຂອງ ສພຂ ທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມ ທ່ານ ຂັນທອງ ຈະເລີນສຸກ ຮອງເຈົ້າເມືອງ ໄດ້ລາຍງານສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດເສດຖະກິດຂອງເມືອງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023ໂດຍຫຍໍ້ໃຫ້ຊາບວ່າ: ໃນໄລຍະຜ່ານເຖິງແມ່ນວ່າສະພາບພາກພື້ນ-ສາກົນ ແລະ ພາຍໃນປະເທດ ມີຄວາມຫຍຸ້ງຍາກສັບສົນ ດ້ວຍຄວາມພະຍາຍາມ ນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນໍາທຸກຂັ້ນ, ການປະກອບສ່ວນຢ່າງເປັນເຈົ້າການ ຂອງພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ເພື່ອນມິດຍຸດທະສາດ-ສາກົນ ໃຫ້ການສະໜັບສະໜູນຊ່ວຍເຫລືອໃນດ້ານຕ່າງໆ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສອງວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຄຽງຄູ່ກັນນັ້ນ ກໍຍັງມີດ້ານອ່ອນຂໍ້ຄົງຄ້າງ ທີ່ຕ້ອງໄດ້ພ້ອມກັນບຸກທະລຸປັບປຸງແກ້ໄຂຕື່ມໃນຕໍ່ໜ້າ ແລະ ໄລຍະ 6 ເດືອນທ້າຍປີ 2023 ຈະສຸມໃສ່ແຜນວຽກງານດັ່ງນີ້:ສຸມໃສ່ສະຫລຸບຕີລາຄາການຈັດຕັ້ງກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີຄັ້ງທີ IX (2020-2024) ໂດຍອີງໃສ່ທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມ ຂອງແຜນ 5 ປີ; ມະຕິກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນະພັກເມືອງ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2015-2019) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2020-2024), ສຸມໃສ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ, ສຸມໃສ່ກະກຽມການຜະລິດລະດູຝົນ ໃຫ້ພຽງພໍ ເພື່ອຄໍ້າປະກັນສະບຽງອາຫານ, ສູ້ຊົນເກັບລາຍຮັບງົບປະມານ ໃຫ້ໄດ້ 15,646 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ຂະແໜງອຸດສາຫະກຳ ແລະ ການຄ້າ ສືບຕໍ່ລົງຕິດຕາມ-ກວດກາ, ຄຸ້ມຄອງ, ດັດສົມລາຄາສິນຄ້າອຸປະໂພກ, ບໍລິໂພກ ທີ່ມີຄວາມອ່ອນໄຫວຕໍ່ການດໍາລົງຊີວິດຂອງປະຊາຊົນ ໃຫ້ມີລາຄາທີ່ສົມເຫດສົມຜົນ ແລະ ຕອບສະໜອງໄດ້ກັບຄວາມຕ້ອງການຂອງປະຊາຊົນ, ຊຸກຍູ້ການຜະລິດກະສິກຳ-ຫັດຖະກຳ ແລະ ການບໍລິການ ໂດຍສະເພາະການຜະລິດເຄື່ອງທີ່ລະນຶ ທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ຕິດພັນກັບການສົ່ງເສີມສິນ ຄ້າໂອດອບ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ, ຕິດຕາມສະພາບພາກພື້ນ ແລະ ສາກົນ ຢ່າງໄກ້ສິດ ພ້ອມທັງຄົ້ນຄ້ວາ, ວິເຄາະ, ວິໄຈ ບັນຫາທີ່ອາດສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍຶດໝັ້ນທັດສະນະແນວທາງການຕ່າງປະເທດຂອງພັກ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃນການລົງຊຸກຍູ້, ຕິດຕາມ,ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ ຕາມສາຍຕັ້ງຂອງຕົນເປັນແຕ່ລະງວດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄປຕາມແຜນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ, ກໍ່ໄດ້ຮັບຟັງການລາຍງານເພີ່ມເຕີມຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພ້ອມກັນແລກປ່ຽນຄວາມຄິດຄວາມເຫັນ ຕໍ່ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງວຽກງານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ຂະນະນີ້ ທ່ານຮອງປະທານ ສພຂ ຍັງໄດ້ມີຄໍາເຫັນວ່າ: ກ່ອນອື່ນສະແດງຄວາມຍ້ອງຍໍຊົມເຊີນບັນດາຂະແໜງການທີ່ສາມາດຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດຫຼາຍດ້ານ ແລະ ພ້ອມກັນສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ໜ້າໃຫ້ບັນລຸຕາມແຜນການທີ່ວ່າງໄວ້.
(ວິນັດ)