(ສພຊ) – ອີງຕາມບົດລາຍງານໂດຍສັງເຂບສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນຕອນເຊົ້າວັນຈັນທີ 6 ກໍລະກົດນີ້ ໂດຍສະເພາະຂົງເຂດວຽກງານເສດຖະກິດ ໃນໄລຍະ 6 ເດືອນຕົ້ນປີ ໃຫ້ຮູ້ວ່າ:
ເສດຖະກິດຂະຫຍາຍຕົວໃນລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199,987 ຕື້ກີບ ເທົ່າກັບ 48% ຂອງແຜນການ (ມະຕິ ສພຊ: 417,523 ຕື້ກີບ) ໃນນີ້, ຂະແໜງກະສິກຳ: ຂະຫຍາຍຕົວ 4.3% ກວມເອົາ 17.4% (ມະຕິ ສພຊ: ຂະຫຍາຍຕົວ 4.6%, ກວມເອົາ 21.9%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.1% ກວມເອົາ 35.0% (ມະຕິ ສພຊ: ຂະຫຍາຍຕົວ 5.1%, ກວມເອົາ 31.1%); ຂະແໜງບໍລິການ ຂະຫຍາຍຕົວ 5.3% ກວມເອົາ 37.2% (ມະຕິ ສພຊ: ຂະຫຍາຍຕົວ 6.6%, ກວມເອົາ 36.6%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.9% ກວມເອົາ 10.5% (ມະຕິ ສພຊ: ຂະຫຍາຍຕົວ 4%, ກວມເອົາ 10.4%).
ເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19% ເປັນເງິນປະມານ 7,198 ຕື້ກີບ, ສາເຫດລາຍຮັບເພີ່ມຂຶ້ນຍ້ອນການສຸມໃສຫັນເປັນທັນສະໄໝ ໂດຍສະເພາະການຂະຫຍາຍອາກອນມູນຄ່າເພີ່ມ, ສໍາລັບລາຍຈ່າຍທັງໝົດ ປະຕິບັດໄດ້ 30,126 ຕື້ກີບ ເທົ່າກັບ 37% ຂອງແຜນການ; ອັດຕາເງິນເຟີ້ຢູ່ໃນລະດັບ 8% (ມະຕິ ສພຊ: 5% ເໜັງຕີງ ±2), ຄ່າເງິນກີບຍັງມີສະຖຽນລະພາບ ເຊິ່ງສະແດງອອກຄື: ດັດຊະນີເງິນກີບສະເລ່ຍອ່ອນຄ່າ 3.09% ທຽບກັບໄລຍະດຽວກັນຂອງປີ 2025.
ຜະລິດ ແລະ ສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໄດ້ 1,009.31 ລ້ານໂດລາ ເທົ່າກັບ 53.12% ຂອງແຜນການ (ມະຕິ ສພຊ: 1,900 ລ້ານໂດລາ).
ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຕິບັດໄດ້ 11,691.76 ຕື້ກີບ ເທົ່າກັບ 50% ຂອງແຜນການ (ມະຕິ ສພຊ: 23,383.53 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 16.79%, ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ) ປະຕິບັດໄດ້ 62,766 ຕື້ກີບ ເທົ່າກັບ 50% ຂອງແຜນການ (ມະຕິ ສພຊ: 125,533.81 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21.80%.
ການຜະລິດພະລັງງານໄຟຟ້າ ປະຕິບັດໄດ້ 26,674.76 ລ້ານກິໂລວັດໂມງ ເທົ່າກັບ 54.58% ຂອງແຜນການ (ມະຕິ ສພຊ: 58,709.86 ລ້ານກິໂລວັດໂມງ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8.6% ມີມູນຄ່າ 35,411.54 ຕື້ກີບ ເທົ່າກັບ 45.83% ຂອງແຜນການ (ມະຕິ ສພຊ: 77,266.69 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 10.58%.
ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ປະຕິບັດໄດ້ 22,446.38 ຕື້ກີບ ເທົ່າກັບ 52.65% ຂອງແຜນການ (ມະຕິ ສພຊ: 42,630.08 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 18.43%.
ການບໍລິການຂົນສົ່ງສິນຄ້າ ປະຕິບັດໄດ້ 8,648.31 ພັນໂຕນ ເທົ່າກັບ 53.49% ຂອງແຜນການ (ມະຕິ ສພຊ: 15,724.60 ພັນໂຕນ), ການບໍລິການຂົນສົ່ງໂດຍສານ ປະຕິບັດໄດ້ 54,211.26 ພັນເທື່ອຄົນ ເທົ່າກັບ 49.41% ຂອງແຜນການ (ມະຕິ ສພຊ: 118,570.10 ພັນເທື່ອຄົນ).
ການແກ້ໄຂບັນຫາການຂາດແຄນ ແລະ ການເໜັງຕີງຂອງລາຄານໍ້າມັນ: ໄດ້ອອກຄຳສັ່ງວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍປະຕິບັດນະໂຍບາຍອຸດໜູນສັງຄົມ ດ້ວຍການຫຼຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟ ເປັນຈໍານວນ 1,935 ຕື້ກີບ ແລະ ກອງທຶນນໍ້າມັນ 493.79 ຕື້ກີບ, ພ້ອມນັ້ນ ໄດ້ດັດສົມເງິນຕາຕ່າງປະເທດໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟ 414.40 ລ້ານໂດລາ ເພື່ອຈັດຊື້ນໍ້າມັນໃຫ້ປົກກະຕິ ຮັບປະກັນການສະໜອງໃຫ້ສັງຄົມ ແລະ ສໍາຮອງສຸກເສີນ; ພ້ອມກັນນັ້ນ, ກໍໄດ້ກຳນົດບັນດາມາດຕະການສຸກເສີນ, ສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ບົນຈິດໃຈເພີ່ມທະວີມາດຕະການປະຢັດ, ຫັນວິກິດເປັນໂອກາດ ເປັນຕົ້ນແມ່ນມາດຕະການຊຸກຍູ້ໃຫ້ປະຊາຊົນຫັນມານໍາໃຊ້ລົດໄຟຟ້າ ຫຼື ພະລັງງານທົດແທນ, ພະລັງງານທາງເລືອກອື່ນ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ; ໄດ້ເປີດບໍລິການນໍາໃຊ້ລົດ BRT, ລົດແທັກຊີ, 3 ລໍ້, 2 ລໍ້ ໄຟຟ້າ ເພື່ອຊ່ວຍເຫຼືອປະຊາຊົນໃນຊ່ວງວິກິດການ. ມາຮອດປັດຈຸບັນ, ການສະໜອງນໍ້າມັນໃຫ້ແກ່ສັງຄົມແມ່ນປົກກະຕິ ແລະ ລາຄານໍ້າມັນເຊື້ອໄຟກໍຄ່ອຍໆຫຼຸດລົງ. ສໍາລັບມາດຕະການໄລຍະກາງ ແລະ ໄລຍະຍາວ ແມ່ນລັດຖະບານຈະສຸມໃສ່ຄົ້ນຄວ້າແຫຼ່ງນໍາເຂົ້ານໍ້າມັນເຊື້ອໄຟຈາກຫຼາຍແຫຼ່ງ ແລະ ສ້າງຄັງແຮສຳຮອງດ້ານນໍ້າມັນເຊື້ອໄຟໃຫ້ຫຼາຍຂຶ້ນ ແລະ ຫັນປ່ຽນໄປໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ ໃຫ້ແຂງແຮງກວ່າເກົ່າ (ປັດຈຸບັນມີລົດໄຟຟ້າ ແລະ ໄຟຟ້າປະສົມປະສານ 17,357 ຄັນ ເທົ່າກັບ 0.5% ຂອງພາຫະນະທັງໝົດ 3 ລ້ານກວ່າຄັນ, ຄາດໝາຍປີ 2030 ໃຫ້ບັນລຸ 30%).
ສຳລັບທິດທາງແຜນການ 6 ເດືອນທ້າຍປີ, ສືບຕໍ່ຊຸກຍູ້ການເຕີບໂຕເສດຖະກິດໃຫ້ບັນລຸໄດ້ໃນລະດັບ 5.5%, GDP ສະເລ່ຍລາຍຮັບຕໍ່ຫົວຄົນ ໃຫ້ໄດ້ 2,238 ໂດລາ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 2,101 ໂດລາ ໂດຍຈະສຸມໃສ່ມາດຕະການຈໍານວນໜຶ່ງດັ່ງນີ້:
1) ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ໄດ້ຕາມແຜນ, ເລັ່ງຊຸກຍູ້ການຜະລິດສິນຄ້າກະສິກຳ ຕິດພັນກັບການປຸງແຕ່ງ ແລະ ມີລະບົບຈັດເກັບຮັກສາທີ່ດີແຕ່ຫົວທີ ເພື່ອສົ່ງອອກ ໂດຍສຸມໃສ່ພືດ-ສັດທີ່ໄດ້ມີການເຈລະຈາເຕັກນິກແລ້ວ ໃຫ້ໄດ້ 1,900 ລ້ານໂດລາ.
2) ຊຸກຍູ້ການຜະລິດແຮ່ທາດເພື່ອສົ່ງອອກ ໃຫ້ໄດ້ 2,185.9 ລ້ານໂດລາ.
3) ສົ່ງອອກກະແສໄຟຟ້າໃຫ້ແກ່ບັນດາປະເທດເພື່ອນບ້ານ ໃຫ້ໄດ້ 45,705.94 ລ້ານກິໂລວັດໂມງ, ມູນຄ່າ 2,829.04 ລ້ານໂດລາ ແລະ ເລັ່ງເຈລະຈາກັບຕະຫຼາດຕ່າງປະເທດ ເພື່ອເພີ່ມການສົ່ງອອກ.
4) ຊຸກຍູ້ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນ: ທາງດ່ວນວຽງຈັນ-ບໍ່ເຕັນ, ທາງດ່ວນແຕ່ປາກຊັນ-ຊາຍແດນ ລາວ-ຫວຽດ, ທາງລົດໄຟແຕ່ທ່າແຂກ-ຊາຍແດນ ລາວ-ຫວຽດນາມ.
5) ສູ້ຊົນໃຫ້ມີນັກທ່ອງທ່ຽວຕ່າງປະເທດ ບັນລຸ 4.46 ລ້ານເທື່ອຄົນ.
6) ຄົ້ນຄວ້ານະໂຍບາຍສິນເຊື່ອ ໂດຍສະເພາະສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າ ດ້ວຍການໝູນໃຊ້ແຫຼ່ງທຶນ ຫຼື ສະພາບຄ່ອງສ່ວນເກີນຂອງບັນດາທະນາຄານທຸ ລະກິດ ເພື່ອຊຸກຍູ້ການຂະຫຍາຍຕົວເສດຖະກິດ; ຄົ້ນຄວ້າແຫຼ່ງທຶນເພື່ອຊ່ວຍຊຸກຍູ້ຜູ້ປະກອບການຜະລິດສະບຽງອາຫານທີ່ຈຳເປັນ.
6 ເດືອນທ້າຍປີ ຊຸກຍູ້ການເຕີບໂຕເສດຖະກິດໃຫ້ບັນລຸ 5.5%, GDP ສະເລ່ຍລາຍຮັບຕໍ່ຫົວຄົນ 2,238 ໂດລາ
