loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໂດຍປະຕິບັດຕາມ ແຈ້ງການເຊີນຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 135/ຄລສ.ສນສ ລົງວັນທີ 23 ເມສາ 2024; ໃນລະຫວ່າງວັນທີ 06-07 ພຶດສະພາ 2024, ທ່ານ ໄມຄໍາ ໄຊລືຊົ່ງ ຮອງເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍຫົວໜ້າຂະແໜງ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມການເປັນຄູຝຶກ ການນໍາໃຊ້ລະບົບເຄືອຂ່າຍ ພາຍໃນສະພາແຫ່ງຊາດ ຢູ່ທີ່ເມືອງງາ, ແຂວງອຸດົມໄຊ; ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແທ່ນ ວິລະກຸນ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ຄໍາພະຈັນ ຮອງເລຂາພັກເມືອງງາ, ເຂົ້າຮ່ວມມີ ນັກສຳມະນາກອນ ທີ່ມາຈາກ ບັນດາກົມຂອງສະພາແຫ່ງຊາດ ເຊັ່ນ: ກົມວຽກງານຊົນເຜົ່າ, ກົມກວດກາ, ກົມຄໍາຮ້ອງຂໍຄວາມເປັນທຳ, ກົມສັງຄົມ, ກົມການເງິນ ແລະ ກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ, ພ້ອມທັງ ນັກສຳມະນາກອນ ທີ່ມາຈາກ ບັນດາແຂວງພາກ ເໜືອ ເຊັ່ນ: ແຂວງ ຜົ້ງສາລີ, ແຂວງ ຫຼວງນໍ້າທາ, ແຂວງ ບໍ່ແກ້ວ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ ແລະ ແຂວງ ໄຊຍະບູລີ.

ກອງປະຊຸມຝຶກອົບຮົມຄັ້ງນີ້, ນັກວິທະຍາກອນ ຈາກສະພາແຫ່ງຊາດ ໄດ້ນໍາສະເໜີທັງໝົດ ມີຢູ່ 3 ຫົວຂໍ້ຄື: 1) ວິທີການສະໝັກເຂົ້ານໍາໃຊ້ລະບົບເຄືອຂ່າຍພາຍໃນສະພາແແຫ່ງຊາດ, 2) ການເຂົ້າເຖິງ ແລະ ຊອກຫາຂໍ້ມູນເອກະສານ, ນິຕິກຳສະພາແຫ່ງຊາດ, ນິຕິກຳສະພາປະຊາຊົນຂັ້ນແຂວງ ແລະ ບັນດາມະຕິ, ຂໍ້ຕົກລົງ ຂອງອົງການລັດ ໃນລະບົບເຄືອຂ່າຍ, 3) ການຄຸ້ມຄອງ, ປັບປຸງ ແລະ ຮັກສາລະບົບເຄືອຄ່າຍພາຍໃນຂອງສະພາແຫ່ງຊາດ;
ບົດຮຽນທີ່ໄດ້ນໍາມາຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອເປັນການສ້າງໃຫ້ພະນັກງານຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງ 6 ແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການນໍາໃຊ້ລະບົບເຄື່ອຄ່າຍພາຍໃນຂອງ ສະພາແຫ່ງຊາດ ໄດ້ຢ່າງຖືກຕ້ອງ ສາມາດນຳໄປໝູນໃຫ້ເຂົ້າໃນວຽກງານຕົວຈິງໄດ້ ພ້ອມດຽວກັນ ກໍ່ນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໄປຖ່າຍຖອດໃຫ້ເພື່ອນຮ່ວມງານໄດ້ຮັບຮູ້ຢ່າງທົ່ວເຖິງກັນ.

ຂ່າວ ວິລິຍະ ວັນນະສີ