5 ຄາດໝາຍຕົ້ນຕໍຂອງແຜນການ 5 ປີ ຄັ້ງທີ X

ມ.ນ. 24, 2026

(ສພຊ) – ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ທີ່ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 23 ມີນາຜ່ານມາ, ໂດຍສະເພາະແຜນການ 5 ປີ ຄັ້ງທີ X ເຊິ່ງເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພາຍໃຕ້ຄໍາຂວັນ “ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ” ທີ່ມີ 5 ຄາດໝາຍຕົ້ນຕໍດັ່ງນີ້:
1. ຄາດໝາຍດ້ານເສດຖະກິດ
– ສູ້ຊົນໃຫ້ GDP ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ;
– GDP ຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາ ແລະ GNI ຕໍ່ຫົວຄົນ ໃຫ້ໄດ້ 2,914 ໂດລາ ໃນປີ 2030;
– ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດໃຫ້ໄດ້ 554,400 ຕື້ກີບ ເທົ່າກັບ 20.95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານຢູ່ໃນລະດັບ 528,400 ຕື້ກີບ ເທົ່າກັບ 19.96% ຂອງ GDP ແລະ ເກີນດຸນງົບປະມານ 26 ພັນຕື້ກີບ ເທົ່າກັບ 0.98% ຂອງ GDP;
– ສູ້ຊົນຫຼຸດຜ່ອນໜີ້ສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າກວ່າ 70% ຂອງ GDP;
– ຮັບປະກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5% (±2%), ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າຜ່ານລະບົບທະນາຄານ ແລະ ນໍາເງິນຕາຕ່າງປະເທດຈາກການສົ່ງອອກເຂົ້າມາ ໃຫ້ໄດ້ຢ່າງໜ້ອຍ 75%;
– ສູ້ຊົນລະດົມການລົງທຶນໃຫ້ໄດ້ 636,178 ຕື້ກີບ ເທົ່າກັບ 24% ຂອງ GDP ຂຶ້ນໄປ;
– ສູ້ຊົນການຜະລິດເຂົ້າໃຫ້ໄດ້ 4 ລ້ານໂຕນຕໍ່ປີ, ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 1.9 ຕື້ໂດລາຕໍ່ປີ;
– ດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 22 ລ້ານເທື່ອຄົນ ສ້າງລາຍຮັບປະມານ 8 ຕື້ໂດລາ;
– ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 333,562.60 ລ້ານກິໂລວັດໂມງ;
– ມູນຄ່າການຜະລິດ ແລະ ປຸງແຕ່ງແຮ່ທາດ ໃຫ້ໄດ້ 284,432.8 ຕື້ກີບ.
2. ຄາດໝາຍດ້ານວັດທະນະທໍາ-ສັງຄົມ
– ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 90%, ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 8%;
– ຈໍານວນນັກສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບຕາມຫຼັກສູດທາງການ ໃຫ້ບັນລຸ 50 ພັນຄົນ;
– ສູ້ຊົນເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1,000 ຄົນເດັກນ້ອຍເກີດມີຊີວິດ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1,000 ຄົນເດັກນ້ອຍເກີດມີຊີວິດ;
– ສູ້ຊົນພັດທະນາສີມືແຮງງານໃຫ້ໄດ້ 650 ພັນຄົນ ແລະ ການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411 ພັນຄົນ;
– ສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງຕົວເລກ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 1 ແສນຄອບຄົວ;
– ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ ໃຫ້ຍັງເຫຼືອ 5% ຂອງປະຊາກອນເປົ້າໝາຍ;
– ສູ້ຊົນສະເໜີແຫຼ່ງມໍລະດົກອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ເປັນມໍລະດົກໂລກ, ເສົາຫີນຕັ້ງ ແຂວງຫົວພັນ ແລະ ທາດອີງຮັງ ເຂົ້າບັນຊີສໍາຮອງມໍລະດົກໂລກ ໂດຍອົງການອຸຍແນັສໂກ ແລະ ສູ້ຊົນສະເໜີ “ລາບ, ພິທີສູ່ຂວັນ, ປູ່ເຍີຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫຼາມ” ເຂົ້າເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ.
3. ຄາດໝາຍດ້ານສິ່ງແວດລ້ອມ:
– ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ບັນລຸ 65% ຂອງເນື້ອທີ່ດິນທົ່ວປະເທດ;
– ສູ້ຊົນຂຶ້ນທະບຽນອອກໃບຕາດິນຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນສໍາເລັດ ໃຫ້ໄດ້ 150 ພັນຕອນ;
– ຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ 60% ທຽບໃສ່ລະດັບການປ່ອຍປົກກະຕິ;
– ອັດຕາການນໍາໃຊ້ພະລັງງານສະອາດໃນພາຫະນະຂົນສົ່ງ ໃຫ້ໄດ້ຢ່າງໜ້ອຍ 30% ຂອງພະຫະນະທັງໝົດ;
– ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມຢູ່ບັນດາເມືອງທີ່ຍັງບໍ່ທັນມີ ໃຫ້ໄດ້ 35 ແຫ່ງ, ຂະຫຍາຍຕາໜ່າງສະຖານີອຸທົກກະສາດໃນເຂດທີ່ມີຄວາມສ່ຽງໄພນໍ້າຖວ້ມ ໃຫ້ໄດ້ 25 ແຫ່ງ.
4. ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນ
– ກໍ່ສ້າງ, ປັບປຸງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ເປັນເສັ້ນທາງຫຼວງອາຊຽນຕາມແລວເສດຖະກິດ ໃຫ້ສາມາດຮັບນໍ້າໜັກລົດບັນທຸກໄດ້ 11 ໂຕນ/ເພົາ ໃຫ້ໄດ້ 1,450 ກມ (ໃນນັ້ນ ສູ້ຊົນໃຫ້ພາກເອກະຊົນເຂົ້າມີສ່ວນຮ່ວມດ້ວຍຮູບແບບ OBPRC ໃຫ້ໄດ້ 1 ພັນ ກມ);
– ຫຼຸດຜ່ອນເວລາການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ໄດ້ 40% ໃນປີ 2030 ແລະ ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ກວມເອົາ 45% ຂອງມູນຄ່າການສົ່ງອອກທັງໝົດ.
5. ຄາດໝາຍດ້ານການປົກຄອງ, ການບໍລິຫານລັດ ແລະ ວຽກງານຍຸຕິທໍາ
– ສູ້ຊົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ໄດ້ 18 ເມືອງ ແລະ ສ້າງຕັ້ງຕາແສງ ໃຫ້ໄດ້ 617 ຕາແສງ;
– ສູ້ຊົນສ້າງຕັ້ງສູນບໍລິການຜ່ານປະຕູດຽວ ຢ່າງໜ້ອຍໃຫ້ໄດ້ 35 ສູນ;
– ສູ້ຊົນຕັດສິນຄະດີອາຍາ ໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປ ຂອງຄະດີທັງໝົດ.