loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

3 ຄະນະກໍາມະການ ປຶກສາຫາລື ແລະ ກະກຽມລົງເຄື່ອນໄຫວຕິດຕາມກວດກາ ປະຈໍາປີ 2022.

ຕ.ລ. 18, 2022 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນອັງຄານ, ວັນທີ 18 ຕຸລາ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, 3 ຄະນະກໍາມະການຄື: ຄະນະກໍາມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ, ຄະນະກໍາມະການ ຍຸຕິທໍາ, ປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ຄະນະກໍາມະການ ເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ປຶກສາຫາລື ແລະ ກະກຽມລົງເຄື່ອນໄຫວຕິດຕາມກວດກາ ປະຈໍາປີ 2022, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ, ມີຮອງປະທານ ສພຂ, ບັນດາທ່ານຄະນະປະຈໍາຮອງປະທານຄະນະກຳມະການ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານວິຊາການພາຍໃນຂະແໜງກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ກະກຽມລົງເຄື່ອນໄຫວຕິດຕາມກວດກາ ປະຈໍາປີ 2022 ເປັນຕົ້ນແມ່ນການກໍານົດເນື້ອໃນທີ່ຈະລົງຕິດຕາມກວດກາ, ເປົ້າໝາຍການລົງຕິດຕາມກວດກາ, ຄາດຄະເນຜົນໄດ້ຮັບ, ກໍານົດວັນເວລາ, ສະຖານທີ່ ແລະ ອື່ນໆ ເພື່ອເປັນບ່ອນອີງ ແລະ ຮັບປະກັນໃຫ້ແກ່ການເຄື່ອນໄຫວຕິດຕາມກວດກາໃຫ້ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ.
ກອງປະຊຸມທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການ ເສດຖະກິດແຜນການ ແລະ ການເງິນ ໄດ້ຕາງໜ້າຄະນະຮັບຜິດຊອບ ຜ່ານແຜນການເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນເມືອງ ແລະ ໄດ້ຜ່ານຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 04/ຄປຈ, ລົງວັນທີ 18 ກໍລະກົດ 2022 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນການຮັບຮອງເອົາແຜນການຕິດຕາມກວດກາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ຫລັງຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ແລະ ມີຄໍາສະເໜີແລກປ່ຽນກັນຢ່າງກົງໄປກົງມາ.
ໃນຕອນທ້າຍປະທານກອງປະຊຸມໄດ້ມີຄໍາເຫັນສະຫລຸບ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດ ຊອບທີ່ໄດ້ກະກຽມບັນດາເນື້ອໃນຕ່າງໆ ແລະ ບັນຫາພື້ນຖານສໍາຄັນອື່ນໆ. ເພື່ອເຮັດໃຫ້ການເຄື່ອນໄຫວຕິດຕາມກວດກາ ເຫັນໄດ້ດ້ານດີ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອຫາວິທີແກ້ໄຂ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ມາດຕະການຕ່າງໆ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ເຮັດໃຫ້ພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ.  
ພາບ/ຂ່າວ: ແສງພອນ ອິນນະລົງ.