ທ່ານ ປອ ກໍລະກັນ ພົມມະວົງ ຮອງປະທານ ກຳມາທິການວັດທະນະທຳ–ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ລົງຢ້ຽມຢາມ ຫໍພິພິຕະພັນແຫ່ງຊາດ ແຂວງຫຼວງພະບາງ.

ໃນຕອນເຊົ້າວັນທີ 26 ສິງຫາ 26, ທ່ານ ປອ ກໍລະກັນ ພົມມະວົງ ຮອງປະທານ ກຳມາທິການ ວັດທະນະທຳ–ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ຫໍພິພິຕະພັນແຫ່ງຊາດ ຫຼວງພະບາງ.

ໂດຍມີທ່ານ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ອຳນວຍການ ຫໍພິພິຕະພັນແຫ່ງຊາດຫຼວງພະບາງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດດຽວກັນນີ້, ທ່ານ ວັນນະເດດ ພົງສຸທິ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວ ໄດ້ລາຍງານສະພາບລວມໂດຍຫຍໍ້ ຂອງແຜນການປັບປຸງປົວແປງອາຄານສະຖານທີ ທ່ອງທ່ຽວ ພາຍໃນ ຫໍພິພິຕະພັນ ຈາກນັ້ນທ່ານໄດ້ນຳພາຄະນະທີມງານ ລົງໄປຢ້ຽມຍາມ ໂຄງການພັດທະພາຍໃນ ຫໍພິພິຕະພັນ ເປັນຕົ້ນ: ການປັບປຸງຫ້ອງຂາຍປີ້ເຂົ້າຊົມໃຫ້ສວຍງາມ ແລະ ຕິດພັນກັບການຫັນເປັນທັນສະໄໝ, ການຂະຫຍາຍພື້ນທີທາງເຂົ້າ ແລະ ທາງຍ່າງແລະ ປັບປຸງອາຄານທີ່ພັກ ຂອງ ກອງທະຫານຮັກສາພະອົງ ໃຫ້ກາຍເປັນຫ້ອງວາງສະແດງ ວັດຖຸພັນ ທາງປະຫວັດສາດ ແລະ

ວັດທະນະທຳ, ປັບປຸງອາຄານໂຮງໝໍເກົ່າ ໃຫ້ກາຍເປັນຈຸດພັກຜ່ອນລໍຖ້າ ແລະ ຍັງມີແຜນການປັບປຸງສະຖານທີອື່ນໆພາຍໃນພິພິຕະພັນ ໃຫ້ສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ທັງເປັນການເພີ່ມສີສັນ ແລະ ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຫຼາຍຂຶ້ນຕື່ມອີກ.
(ພາບແລະຂ່າວ: ວິລິຍະ ວັນນະສີ)

