loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຮ່ວມລະຫວ່າງ ຄະນະ ສສຊ, ສສຂ ກັບ ອົງການປົກຄອງເມືອງໄຊບົວທອງ.

ກ.ຍ. 23, 2022 | ເຂດ 12 ຄຳມ່ວນ

ໃນວັນທີ 23 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມປົກຄອງເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12ແຂວງຄໍາມ່ວນ, ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງໄຊບົວທອງ ໂດຍການເປັນປະທານ ແລະ ເຂົ້າຮ່ວມເຮັດວຽກຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວລະພາ ໄຊຍະວົງ ຮອງເຈົ້າເມືອງໄຊບົວທອງ ມີບັນດາ ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.
  
ຈຸດປະສົງ: ໃນການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາຄືນໃນການຄົ້ນຄວ້າປຶກສາ ຫາຫລື ແລະ ພິຈາລະນາເອົາບັນດາຂໍ້ສະເໜີ, ຄໍາຮ້ອງ ແລະ ບັນຫາຂັດຂ້ອງຫມອງໃຈຕ່າງໆຂອງບັນດາ ອຳນາດການປົກຄອງບ້ານ ແລະ ປະຊາຊົນໃນເຂດເລືອກຕັ້ງແຕ່ລະຈຸດທີ່ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນປະຈໍາເຂດເລືອກຕັ້ງເມືອງ ໄດ້ສຳເລັດໃນການເຄື່ອນໄຫວພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງທີຕິດພັນກັບການຈັດຕັ້ງຜັນຂະຫຍາຍ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໃນຄັ້ງວັນທີ 20-22 ກັນຍາ2022 ທີ່ຜ່ານມາ, ເພື່ອສັງລວມ, ຕົກລົງມອບໃຫ້ອົງການລັດຂັ້ນຕ່າງໆນຳໄປຈັດຕັ້ງປະຕິບັດ ແລະ ແກ້ໄຂ.
ໂດຍ: ເອື້ອ ມະໂນສິງ ( ອາລີ )