loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

        ວັນທີ 17 – 18 ກັນຍາ 2022 ນີ້ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ປະທານສະພາປະຊາຊົນ ແຂວງຫົວພັນ ພ້ອມດ້ວຍ ບັນດາທ່ານ ຮອງປະທານກຳມາທິການ, ຫົວໜ້າກົມ, ຮອງກົມ ສະພາແຫ່ງຊາດພ້ອມດ້ວຍວິຊາການໄດ້ລົງເຄື່ອນໄຫວເຮັດວຽກຢູ່ ເມືອງຮ້ຽມ ແລະ ເມືອງຊ່ອນ ແຂວງຫົວພັນ
           ໃນການລົງເຄື່ອນໄວເຮັດວຽກຄັ້ງນີ້ ຄະນະທີມງານຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບແຜນພັດທະນາເສດຖະກິດ ຂອງເມືອງຊ່ອນຈາກ ທ່ານ ຄຳພຽນ ໄຊສົມພັນ ຮອງເລຂາພັກເມືອງ ເມືອງຊ່ອນ, ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການທີ່ເປັນບູລິມະສິດ ຂອງລັດຖະບານ ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການ ອອກໃບຕາດິນທີ່ຕິດພັນກັບ 3 ປະເພດປ່າ ຈາກຫ້ອງການທີ່ກ່ຽວຂ້ອງ ຂອງເມືອງ ຈາກນັ້ນບັນດາທ່ານ ຮອງປະທານກຳມາທິການ, ຫົວໜ້າກົມກົມ ຮອງກົມ ສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນໃສ່ບົດລາຍງານດັ່ງກ່າວຢ່າກົງໄປກົງມາ ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການວາງໄວ້.
          ຈາກນັ້ນ ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນຳ ຂອງເມືອງ ເຫັນວ່າມີຜົນສຳເລັດຫລາຍດ້ານ ແລະ ມີບາງດ້ານຍັງຈະໄດ້ສືບຕໍ່ ປັບປຸງແກ້ໄຂ ເປັນຕົ້ນແມ່ນ ການຕິດຕາມ ກວດກາ ບາງກິດຈະກຳ ຂອງໂຄງການພື້ນຖານໂຄງລ່າງ ພາຍໃນເມືອງ, ອອກໃບຕາດິນທີ່ຕິດພັນກັບ 3 ປະເພດປ່າ ແລະ ບັນຫາອື່ນໆ ທີ່ຕິດພັນກັບການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ, ພ້ອມກັນຮັກສາມູນເຊື້ອຄວາມສາມັກຄີ, ຕີຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ. ນອກນີ້ທ່ານ ພ້ອມດ້ວຍຄະນະທີງານ ຍັງໄດ້ລົງຕິດຕາມ ກວດກາຕົວຈິງງຢູ່ພາກສະໜາມ ໂດຍສະເພາະ ໂຄງການສຳປະທານ ວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ຢູ້ບ້ານຖ້ຳລາເໜືອ ເມືອງຮ້ຽມ ແຂວງຫົວພັນ ແລະ ຕິດຕາມກວດກາບັນດາໂຄງກໍ່ສ້າງພື້ນຖານໂຄງລາງຢູ່ເມືອງຊ່ອນ ແຂວງຫົວພັນຕື່ມອີກ. ໃນໂອກາດທີ່ທ່ານພ້ອມດ້ວຍຄະນະມາເຄື່ອນໄຫວຢ້ຽມຢາມ ເຮັດວຽກ ຢູ່ 2 ເມືອງດັ່ງກ່າວ ຍັງໄດ້ມອບເງິນສົດຈຳນວນ 10 ລ້ານກີບ ໃຫ້ເມືອງຊ່ອນ ແລະ ໂທລະໂຄ່ງ 2 ຊຸດມອບໃຫ້ສອງເມືອງ.
ພາບ ແລະ ຂ່າວ: ສພຂ ຫົວພັນ