2 ເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະສອງຝ່າຍ

ມ.ສ. 30, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 29 ເມສາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກລາວ, ປະທານປະເທດ ໄດ້ເດີນທາງໄປນະຄອນໂຮ່ຈີມິງ ເພື່ອກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສານີ້.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ເຊິ່ງເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດຖານສະຫາຍອ້າຍນ້ອງ ທີ່ສະຫາຍ ໂຕ ເລິມ ແລະ ບັນດາສະຫາຍການນໍາຫວຽດນາມ ກໍຄືຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນຊາວນະຄອນໂຮ່ຈີມິງ ທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ. ພ້ອມນີ້, ຍັງໄດ້ພ້ອມກັນແລກປ່ຽນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ, ແຈ້ງໃຫ້ກັນຊາບສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າ; ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງ ປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດໄດ້ເປັນຢ່າງດີ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບສະຫາຍ ຝ້າມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ໂດຍສະ ຫາຍໄດ້ສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ; ພ້ອມທັງເນັ້ນໜັກວ່າ ມະຫາໄຊຊະນະລະດູບານໃໝ່ໃນບັ້ນຮົບໂຮ່ຈີມິງ ທີ່ລືຊື່ ເມື່ອວັນທີ 30 ເມສາ 1975 ເປັນໄຊຊະນະທີ່ຍິ່ງໃຫຍ່ສະຫວ່າງສະໄຫວ, ມີຄວາມໝາຍປະຫວັດສາດ, ເປັນໝາກຜົນຂອງການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສໍາເລັດພາລະກໍາໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜຶ່ງອັນດຽວ ເຊິ່ງເປັນຂີດໝາຍປະຫວັດສາດ, ກ້າວເຂົ້າສູ່ສັງກາດໃໝ່ແຫ່ງຄວາມເປັນເອກະລາດແຫ່ງຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນຂອງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍ ເປັນກໍາລັງແຮງອັນມະຫາສານຊຸກຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄືເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າ ໃຫ້ແກ່ບັນດາຂະບວນການຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.


ໃນວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີປະດັບການຍ້ອງຍໍຫຼຽນໄຊ ຈາກລັດຖະບານ ສປປລາວ ໃຫ້ແກ່ການນຳ ແລະ ອະດີດການນຳຂັ້ນສູງຂອງຫວຽດນາມ ທີ່ໄດ້ມີບັນດາຜົນງານດີເດັ່ນໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

(ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ)