loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

2 ເມືອງ ຂອງແຂວງໄຊຍະບູລີ ໄດ້ຮັບເງີນ-ເຄື່ອງຊ່ວຍເຫຼືອ

ທ.ວ. 30, 2021 | ຂ່າວທົ່ວໄປ

      (ສພຊ)​ ໃນໂອກາດເຄື່ອນໄຫວຢ້ຽມຢາມລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນວັນທີ 28 ທັນວາ 2021, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເມືອງໄຊສະຖານ ແລະ ເມືອງພຽງ ແຂວງໄຊຍະບູລີ.


       ການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຂອງເມືອງ ໂດຍສະເພາະເຫດການແຜ່ນດິນໄຫວທີ່ເກີດຂຶ້ນໃນກາງເດືອນທີ່ຜ່ານມາ; ພ້ອມດຽວກັນນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ນຳເອົາອຸປະກອນປ້ອງກັນພະຍາດໂຄວິດ-19 ມອບໃຫ້ແກ່ເມືອງໄຊສະຖານໂດຍຕາງໜ້າກ່າວຮັບໂດຍທ່ານ ສົມນຶກ ພອນວິຈິດ ຮອງເຈົ້າເມືອງໄຊສະຖານ ເຊິ່ງປະກອບມີເຈວລ້າງມື, ຜ້າອັດປາກ-ອັດດັງ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດ ຈຳນວນ 50 ລ້ານກວ່າກີບ; ຈາກນັ້ນ, ຄະນະ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ເມືອງພຽງ ແຂວງໄຊຍະບູລີ ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ເຊິ່ງປະກອບມີເຈວລ້າງມື, ຜ້າອັດປາກ-ອັດດັງ ແລະ ເຄື່ອງນຸ່ງຫົ່ມ ພ້ອມເງິນສົດ ຈໍານວນ 20 ລ້ານກີບ ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານດົງເງິນ ເມືອງພຽງ ແຂວງໄຊຍະບູລີ ໂດຍການກ່າວຮັບໂດຍທ່ານ ສຸວັນທອງ ພູມມາວົງ ຮອງເຈົ້າເມືອງພຽງ ເພື່ອນໍາໃຊ້ເຂົ້າໃນການປັບປຸງສ້ອມແປງອາຄານຮຽນ ທີ່ໄດ້ຮັບຜົນກະທົບຈາກແຜນດນໄຫວໃນກາງເດືອນທີ່ຜ່ານມາ.

       ວັນທີ 29 ທັນວາ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ມອບອຸປະກອນຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ໃຫ້ແກ່ພະແນກສາທາລະນະສຸກແຂວງໄຊຍະບູລີ ຕາງໜ້າກ່າວຮັບໂດຍທ່ານ າງ ກາຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ ເຊິ່ງເຄື່ອງທີ່ນຳມາຊ່ວຍເຫລືອຄັ້ງນີ້ປະກອບມີ: ເຈວລ້າງມື, ເຫລົ້າ 75, ຜ້າອັດປາກ-ດັງ, ເຄື່ອງວັດແທກອຸນຫະພູມ, ຊຸດປ້ອງກັນສຳລັບແພດໝໍ ແລະ ລໍ້ຍູ້ ລວມມູນຄ່າ 26.850.000 ກີບ.

(ພາບ ແລະ ຂ່າວ: ອິນທີ ຂຽວສີຟ້າ)