loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາປະຊາຊົນແຂວງປະກອບຄໍາເຫັນຕໍ່ວຽກງານອົງການປົກຄອງແຂວງ

ສ.ຫ. 11, 2022 | ເຂດ 10 ວຽງຈັນ

ໃນຕອນເຊົ້າ ຂອງວັນທີ 10 ສິງຫາ 2022 ໂດຍການເປັນປະທານຂອງທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະ ພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີບັນ ດາການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX , ສະມາຊິກສະ ພາປະຊາຊົນແຂວງວຽງຈັນ ຊຸດທີ II ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ, ຕາງໜ້າຄະນະປະຈໍາສະ ພາປະຊາຊົນແຂວງ ທ່ານ ລໍາໄມ ກູດລະວົງ ຄະນະປະຈໍາ, ຮອງປະທານສະພາປະຊາຊົນແຂວງ, ທັງເປັນປະທານຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ໄດ້ປະກອບຄໍາເຫັນຕໍ່ບົດລາຍ ງານໂດຍສັງເຂບຂອງທ່ານ ເຈົ້າແຂວງກ່ຽວ ກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2022 ຂອງອົງການ ປົກຄອງແຂວງ, ບົດລາຍງານ ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງີນ, ບົດລາຍງານກ່ຽວກັບ ສະພາບການຄຸ້ມຄອງລາຄາສິນ ຄ້າຄວບຄຸມຂອງລັດ( ນໍ້າມັນເຊື້ອໄຟ ແລະ ສິນຄ້າບໍລິໂພກ).