ໝົດປີ ຈະເກັບລາຍຮັບເກີນແຜນ, GDP ຈະຂະຫຍາຍຕົວ 5.1%

ຕ.ລ. 6, 2026

(ສພຊ) – ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2026 ໂດຍສະເພາະດ້ານເສດຖະກິດມະຫາພາກ ທີ່ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນວັນທີ 5 ຕຸລານີ້ ເຊິ່ງທ່ານໃຫ້ຮູ້ວ່າ:
1. ດ້ານເສດຖະກິດ: ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຂະຫຍາຍຕົວ 4.6% ຍ້ອນຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶນຂອງພາກເອກະຊົນ ມີການຂະຫຍາຍຕົວ; ຂະແໜງພະລັງງານໄຟຟ້າ ກໍສືບຕໍ່ຂະຫຍາຍຕົວ ເນື່ອງຈາກເລີ່ມມີການຜະລິດພະລັງງານລົມ; ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ບໍລິການດ້ານທີ່ພັກອາໄສ ແລະ ອາຫານ ຕິດພັນກັບການທ່ອງທ່ຽວ ກໍຂະຫຍາຍຕົວ ເຊິ່ງສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວກັນປີຜ່ານມາ; ຂະແໜງກະສິກຳ ມີຄວາມສ່ຽງທີ່ຈະບໍ່ບັນລຸຄາດໝາຍ ຍ້ອນຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ບວກກັບການລະບາດພະຍາດອະຫິວາໝູອາຟຣິກາ ແລະ ໄພພິບັດທຳມະຊາດ ທີ່ສົ່ງຜົນກະທົບຕໍ່ຂະແໜງການດັ່ງກ່າວ. ຜ່ານການຄາດຄະເນເບື້ອງຕົ້ນ GDP ໝົດປີ ຈະຂະຫຍາຍຕົວໃນລະດັບ 5.1% (ມະຕິ ສພຊ: 5.5%).
2. ແຜນງົບປະມານແຫ່ງລັດ: ເກັບລາຍຮັບໄດ້ 67,574.19 ຕື້ກີບ ເທົ່າກັບ 80.8% ຂອງແຜນການ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 24.3% ເປັນເງິນປະມານ 13,244.05 ຕື້ກີບ ແລະ ຄາດຄະເນໝົດປີຈະເກັບລາຍຮັບໄດ້ 91,813 ຕື້ກີບ ເທົ່າກັບ 110% ຂອງແຜນການ ຫຼື 21.7% ຂອງ GDP (ມະຕິ ສພຊ: 83,600 ຕື້ກີບ) ເກີນແຜນປະມານ 8,231 ຕື້ກີບ ເພາະສາມາດເກັບລາຍຮັບເພີ່ມຂຶ້ນ ເປັນຕົ້ນ ກຸ່ມບໍ່ແຮ່, ກຸ່ມຂົນສົ່ງ ແລະ ສາງ, ອາກອນກຳໄລ, ແລະ ການເກັບລາຍຮັບຫັນເປັນທັນສະໄໝ; ດ້ານລາຍຈ່າຍປະຕິບັດໄດ້ 52,734 ຕື້ກີບ ເທົ່າກັບ 65% ຂອງແຜນການ ແລະ ໝົດປີ ຈະປະຕິບັດບໍ່ເກີນແຜນທີ່ສະພາແຫ່ງຊາດຮັບຮອງ (ແຜນການ: 81,400 ຕື້ກີບ ເທົ່າກັບ 19.50% ຂອງ GDP).
3. ດ້ານເງິນຕາ: ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5 ເດືອນ, ການຄ້າເກີນດຸນ 1,356.53 ລ້ານໂດລາ; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຢູ່ໃນລະດັບ 0.95% (ມະຕິ ສພຊ ບໍ່ໃຫ້ເກີນ 3%); ອັດຕາເງິນເຟີ້ສະເລ່ຍ 9 ເດືອນ ຢູ່ໃນລະດັບ 7.9% ສະເພາະເດືອນກັນຍາ ຢູ່ໃນລະດັບ 7.8% ແລະ ໝົດປີຄາດວ່າຈະຢູ່ໃນລະດັບ 7.4%-7.8% ມີຄວາມສ່ຽງບໍ່ບັນລຸຄາດໝາຍ (ມະຕິ ສພຊ 5% ເໜັງຕີງ ±2) ປັດໄຈຕົ້ນຕໍເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ຍ້ອນລາຄາພະລັງງານເພີ່ມຂຶ້ນສູງ.
4. ໄດ້ດັດສົມເງິນຕາຕ່າງປະເທດໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟ 708.81 ລ້ານໂດລາ ເພື່ອຈັດສັນຊື້, ສໍາຮອງສຸກເສີນ ແລະ ສະໜອງໃຫ້ສັງຄົມ.
5. ດ້ານການລົງທຶນ: ປະຕິບັດໄດ້ 83,096.89 ຕື້ກີບ ເທົ່າກັບ 90% ຂອງແຜນການ, ຄາດຄະເນໝົດປີຈະປະຕິບັດໄດ້ຕາມແຜນ ໃນນີ້, ການລົງທຶນຈາກງົບປະມານພາຍໃນ 11,449.8 ຕື້ກີບ ເທົ່າກັບ 49.14% ຂອງແຜນການ (ແຜນການ 23,300 ຕື້ກີບ); ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ອະນຸມັດ 45 ໂຄງການ ມູນຄ່າ 193,845 ຕື້ກີບ ໃນນີ້, ຫຼາຍກວ່າໝູ່ແມ່ນຂະແໜງໄຟຟ້າ ແລະ ການກໍ່ສ້າງ. ຮອດປັດຈຸບັນ, ມີການນໍາເຂົ້າທຶນຕົວຈິງ 71,647.09 ຕື້ກີບ ເທົ່າກັບ 113.6% ຂອງແຜນການ (ແຜນການ 63,054 ຕື້ກີບ).