loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ

ກ.ພ. 10, 2023 | ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າວັນທີ 9 ກຸມພາ 2023 ນີ້ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກ ສະພາປະຊາຊົນແຂວງ, ມີບັນດາສະຫາຍສະມາຊິກພັກສົມບຸນ, ສໍາຮອງ ພາຍໃນໜ້່ວຍພັກພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 13 ສະຫາຍ.

ໃນພິທີໄດ້ຮັບຟັງຜ່ານມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 9 ມັງກອນ 2023 ແລະ ມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 02/ຄປພຂ, ລົງວັນທີ 9 ມັງກອນ 2023 ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສໍາຮອງ ຈໍານວນ 02 ສະຫາຍ, ຍິງ 02 ສະຫາຍ, ໂດຍການໃຫ້ກຽດມອບຂອງສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກ ສະພາປະຊາຊົນແຂວງ; ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ມີຄຳເຫັນໂອລົມ ຕໍ່ມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ເພື່ອໃຫ້ເລື່ອນຂຶ້ນເປັນສະມາຊິກພັກສົມບຸນຕາມລະດັບຄາດໝາຍ ທັງປະລິມານ ແລະ ຄຸນນະພາບ.

ໂດຍ ນາງ ອາເມີງ ວີແຄລູ