loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ ຮ່ວມຊີວິດປະຈໍາໄຕມາດ I 2023.

ມ.ຖ. 17, 2023 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນພຸດ, ວັນທີ 15 ມີນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດປະຈໍາໄຕມາດ I 2023, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີສະຫາຍ ຄໍາດອນ ສີປະເສີດ ເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ, ບັນດາຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ສະຫາຍ ຄໍາດອນ ສີປະເສີດ ເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ, ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ ໃນໄລຍະ 3 ເດືອນຜ່ານມາວ່າ: ຜ່ານການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະເລຂາທິການ, ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບ ໄດ້ສໍາເລັດວຽກງານຫຼາຍດ້ານເປັນຕົ້ນດ້ານການສຶກສາອົບຮົມການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ: ເຊິ່ງສະມາຊິກຊາວໜຸ່ມສະພາປະຊາຊົນແຂວງ ທີ່ສັງກັດໃນແຕ່ລະຄະນະກຳມະການ ແລະ ບັນດາຂະແໜງຂອງສະພາປະຊາຊົນແຂວງ ໄດ້ເຮັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນໃນການເປັນເສນາທິການຊ່ວຍວຽກຮອບດ້ານໃຫ້ແກ່ຄະນະປະຈຳ, ຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງຄືດັ່ງນີ້:
ສໍາເລັດການກະກຽມ ແລະ ເປີດກອງປະຊຸມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງ 3 ຄະນະກໍາມະການສະພາປະຊາຊົນແຂວງ ແລະ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ; ສໍາເລັດການກະກຽມບັນດາເນື້ອໃນ ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II; ເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງຄະນະເລຂາທິການສະພາປະຊາຊົນແຂວງ; ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຮຽນການສອນ ແລະ ການພັດທະນາສີມືແຮງງານ ຢູ່ໂຮງຮຽນເຕັກນິກວິຊາຊີບ, ສູນພັດທະນາສີມືແຮງງານ ສາຂາແຂວງອຸດົມໄຊ, ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງພາຍໃນເທດສະບານເມືອງໄຊ, ພ້ອມທັງລາຍງານໃຫ້ຄະນະປະຈໍາສະພາປະຊາຊົນແຂວງ; ຮັບຄໍາສະເໜີຂອງປະຊາຊົນ ໂດຍຜ່ານໂທລະສັບສາຍດ່ວນໃນວາລະຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ລວມມີ 15 ສາຍ 16 ບັນຫາໃນນັ້ນ: ກອງປະຊຸມສະພາແຫ່ງຊາດ 1 ສາຍມີ 1 ບັນຫາ ແລະ ກອງປະຊຸມສະພາປະຊາຊົນແຂວງ 14 ສາຍມີ 15 ບັນຫາ ແລະ ຮັບຕ້ອນພົນລະເມືອງເຂົ້າພົບໃຫ້ຄໍາປຶກສາ, ແນະນໍາ, ອະທິບາຍທາງດ້ານກົດໝາຍແກ່ພົນລະເມືອງ 06 ຄັ້ງ, ມີ 09 ເທື່ອຄົນ ແລະ ຮັບຄໍາຮ້ອງທຸກ 04 ເລື່ອງ, ອາຍາ 02 ເລື່ອງ, ແພ່ງ 01 ເລື່ອງ, ບໍລິຫານ 01 ເລື່ອງ ແລະ ວຽກງານອື່ນໆ.
 
ຫລັງຈາກນັ້ນ, ບັນດາສະຫາຍສະມາຊິກຊາວໜຸ່ມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດສະຫຼຸບ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວມ, ສົມບູນ, ຖືກຕ້ອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
ພາບ/ຂ່າວ: ແສງພອນ ອິນນະລົງ.