ແລ່ນມາຣາທອນ ສະຫຼອງວັນລັດຖະທຳມະນູນ, ວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຈີນ ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພ

ກ.ຍ. 20, 2026

(ສພຊ) – ຕອນເຊົ້າວັນອາທິດທີ 20 ກັນຍານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາຣາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ (15/8/1991-15/8/2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ໂດຍມີທ່ານນາຍົກລັດຖະມົນຕີ, ທ່ານຮັກສາການແທນປະທານສະພາແຫ່ງຊາດ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳ ສປປລາວ, ບັນດາການນຳ-ອະດີດການນຳຂັ້ນສູງ ແລະ ພະນັກງານຂອງສະພາແຫ່ງຊາດ, ກະຊວງ-ອົງການ ພ້ອມດ້ວຍບັນດາທ່ານທູດ, ທູຕານຸທູດ, ກົງສູນໃຫຍ່ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປລາວ ຕະຫຼອດຈົນມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີເປີດ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນບາງຕອນວ່າ: ຕະຫຼອດໄລຍະ 35 ປີ ທີ່ມີລັດຖະທຳມະນູນ, ການຄຸ້ມຄອງປົກຄອງລັດ-ສັງຄົມດ້ວຍກົດໝາຍ ມີຜົນສໍາເລັດ, ຈໍານວນກົດໝາຍ ແລະ ນິຕິກຳຕ່າງໆ ກໍເພີ່ມຂຶ້ນ ທັງເປັນການສ້າງເງື່ອນໄຂໃຫ້ແກ່ການສ້າງລັດຂອງປະຊາຊົນ ເພື່ອປະຊາຊົນ ແລະ ໂດຍປະຊາຊົນ ໃຫ້ເປັນຮູບປະທໍາເທື່ອລະກ້າວ; ການຈັດງານແລ່ນມາຣາທອນໃນຄັ້ງນີ້ ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງມິດຕະພາບລະຫວ່າງ ສປປລາວ ກັບປະເທດເພື່ອນມິດ, ປຸກລະດົມຂະບວນການກິລາໃຫ້ມີຄວາມຟົດຟື້ນ ແລະ ຈະມີການບິແບ່ງຄວາມຊ່ວຍເຫຼືອຈາກກິດຈະກຳຄັ້ງນີ້ ແກ່ປະຊາຊົນຢູ່ແຂວງຕ່າງໆ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດໃນປີ 2026; ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາຫ້າງຮ້ານ, ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຊ່ວຍເປັນທັງວັດຖຸ, ອຸປະກອນ ແລະ ທຶນຮອນ ໃຫ້ແກ່ຜູ້ປະສົບໄພດັ່ງກ່າວ. ທ່ານກ່າວຕື່ມອີກວ່າ: ການຈັດກິດຈະກຳຮ່ວມກັບສະຖານທູດ ສປຈີນ ໃນເທື່ອນີ້ ຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ເຊິ່ງໄດ້ສ້າງມິດຕະພາບອັນເປັນມູນເຊື້ອ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ແລະ ເລິກເຊິ່ງ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ -ຈີນ, ຈີນ-ລາວ ທີ່ໝັ້ນຄົງຕະຫຼອດການ; ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

(ນາງ ສຸພາວັນ ຫອມສະນິດ)