ແລກປ່ຽນບົດຮຽນວຽກງານຫ້ອງມູນເຊື້ອ

ພ.ພ. 21, 2026

(ສພຊ) – ວັນທີ 21 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຫ້ອງມູນເຊື້ອ ລະຫວ່າງກົມສື່ມວນຊົນ, ຫ້ອງວ່າການສະພາແຫ່ງຊາດ ກັບ ສະຖາບັນການທະນາຄານ ແຫ່ງ ສປປລາວ ໂດຍການເຂົ້າຮ່ວມຂອງທ່ານ ແກ້ວລະກາ ຊ້ອຍໄຊຍະ ຮອງຫົວໜ້າກົມສື່ມວນຊົນ, ທ່ານ ນາງ ນິລັນດອນ ແກ້ວມະນີສີ ຮອງຜູ້ອຳນວຍການສະຖາບັນການທະນາຄານ ເຊິ່ງມີຄະນະພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.
ທ່ານຮອງຫົວໜ້າກົມສື່ມວນຊົນ ໄດ້ລາຍງານໂດຍຫຍໍ້ໃຫ້ຊາບກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່; ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການປະຕິບັດໜ້າທີ່ວຽກງານຫ້ອງມູນເຊື້ອ ແລະ ປະຫວັດສາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງຫ້ອງມູນເຊື້ອໃນໄລຍະກະກຽມຈົນຮອດປັດຈຸບັນ ເປັນຕົ້ນ: ການເກັບຂໍ້ມູນ, ຮູບພາບ, ເອກະສານຕ່າງໆ ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ການອອກແບບໜ້າພຽງ ຈົນເຖິງການຂໍຄວາມຮ່ວມມືກັບລູກຫຼານອະດີດການນໍາ ເພື່ອຂໍຂໍ້ມູນຮູບພາບ ແລະ ວັດຖຸພັນຂອງຫ້ອງມູນເຊື້ອ ແລະ ປະຫວັດສາດ ສພຊ; ນອກນີ້, ຍັງໄດ້ມີການແລກປ່ຽນ, ຖອດຖອນບົດຮຽນແຕ່ລະບັນຫາທີ່ມີຄວາມສົນໃຈ. ຫຼັງຈາກນັ້ນ, ໄດ້ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງ ແລະ ມອບປຶ້ມທີ່ລະນຶກຂອງສະພາແຫ່ງຊາດ ໃຫ້ຄະນະທີ່ມາແລກປ່ຽນອີກດ້ວຍ.
(ນາງ ນິດຕາ ຄຸນປາກດີ)