ແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V.

ມ.ສ. 27, 2026

ກອງປະຊຸມແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ໄດ້ເປີດຂຶ້ນຕອນເຊົ້າວັນທີ 19 ມີນາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ສົມພອນ ນາວຮືວ່າງ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະຮັບຜິດຊອບ ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 224/ຄປຈ, ລົງວັນທີ 18 ມີນາ 2026 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຊ່ວຍວຽກ ໃນການກະກຽມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 185/ຄປຈ, ລົງວັນທີ 11 ມີນາ 2026 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂອງສະພາປະຊາຊົນແຂວງ.
ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອຮັບປະກັນໃຫ້ແກ່ການແບ່ງຄວາມຮັບຜິດຊອບຂອງບັນດາທ່ານໃນແຕ່ລະອະນຸກໍາມະການ ໃຫ້ຖືກຕາມພາລະບົດບາດ, ສິດ ແລະ ໜ້າທີ່, ພ້ອມທັງປະສານສົມທົບກັບພະແນກການ, ອົງການທີ່ກ່ຽວຂ້ອງໃຫ້ກົມກຽວ ເພື່ອຮັບປະກັນທາງດ້ານເນື້ອໃນໃຫ້ຄົບຖ້ວນສົມບູນ, ຮັດກຸມ, ສົ່ງໃຫ້ຄະນະຮັບຜິດຊອບທັນກັບເວລາ ແລະ ເພື່ອຮັບປະກັນໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຂອງບັນດາທ່ານສະມາຊິກສພາປະຊາຊົນແຂວງ ໃນກອງປະຊຸມ ຖືກຕ້ອງຕາມກົດໝາຍ, ລະບຽບການທີ່ກໍານົດໄວ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.