ເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ (15/8/1991-15/8/2026) ວັນທີ 17 ສິງຫາ 2026 ນີ້, ທ່ານ ບຸນຫຼາຍ ບຸດທິ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທາສະພາປະຊາຊົນແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນນາມສ່ວນຕົວ ກໍຄືຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລອກຕັ້ງທີ 16 ແຂວງເຊກອງ ໄດ້ເຄື່ອນໄຫວນໍາພາ-ຊີ້ນໍາທຸກຂົງເຂດວຽກງານ ແລະການເຄື່ອນໄຫວດໍາລົງຊີວິດ ເວລາໃດກໍຖືເອົາລັດຖະທໍາມະນູນ ແລະກົດໝາຍເປັນພືນຖານບ່ອນອີງຫຼັກ ເພື່ອແນໃສ່ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບຊີ້ນໍາ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດຕາມຈຸດປະສົງ ແລະລະດັບຄາດ ໝາຍທີ່ວາງໄວ້.
ດ້ານການເຄົາລົບຈັດຕັ້ງປະຕິບັດ, ການສ້າງ ແລະ ເຜີຍແຜ່ລັດຖະທໍາມະນູນ ແລະກົດໝາຍ ກໍໄດ້ເອົາໃຈໃສ່ຢ່າງແຂງແຮງໃນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສອງກໍາລັງປະກອບອາວຸດ ຕັ້ງໜ້າຝຶກຊ້ອມກໍາລັງກຽມພ້ອມສູ້ຮົບຕະຫລອດເວລາ, ເຄື່ອນໄຫວເກັບສະພາບການເຄື່ອນໄຫວຂອງບຸກຄົນ, ນິຕິບຸກຄົນ ທີ່ຫວັງມ້າງເພທໍາລາຍຄວາມສະຫງົບສຸກຂອງທ້ອງຖິ່ນໃຫ້ໄດ້ຢ່າງທົ່ວເຖິງ ແລະແກ້ໄຂໃຫ້ທັນການ, ພິເສດໃຫ້ສອງກໍາລັງຕ້ອງສຸມໃສ່ສ້າງໃຫ້ໄດ້ບ້ານປ້ອງກັນຄວາມສະຫງົບດີ, ບ້ານກອງຫຼອນເຂັ້ມແຂງ ກໍຄືບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະບ້ານມີຄວາມສະຫງົບຮອບດ້ານ; ສໍາລັບທະຫານຊາຍແດນ ຕ້ອງເປັນເຈົ້າການປົກປັກຮັກສາເຂດນໍ້າແດນດິນຂອງ ສປປ ລາວ ກໍຄືແຂວງເຊກອງໃຫ້ມີຄວາມສະຫງົບຕະຫຼອດເວລາ ໂດຍຖືເອົາລັດຖະທໍາມະນູນ, ກົດໝາຍຕ່າງໆທີ່ກ່ຽວຂ້ອງເປັນພື້ນຖານບ່ອນອີງ ແລະປະກອບສ່ວນໃນການພັດທະນາຍົກລະດັບຊີວິດຫານເປັນຢູ່ຂອງປະຊາຊົນລຽບຕາມຊາຍແດນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ; ພ້ອມທັງນໍາພາ-ຊີ້ນໍາໃຫ້ອົງການຈັດຕັ້ງລັດທຸກຂັ້ນ ຕ້ອງພ້ອມກັນຄຸ້ມຄອງເສດຖະກິດ-ວັດທະນະທໍາສັງຄົມດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ, ຫ້າມເຈົ້າໜ້າທີ່ລັດທຸກຂະແໜງການ, ທຸກຄົນ ໃຊ້ສິດ, ໃຊ້ອໍານາດ ນອກລະບຽບກົດໝາຍໃນການບໍລິການ, ການຄຸ້ມຄອງຫົວໜ່ວຍທຸລະກິດຢ່າງເດັດຂາດ; ອົງການປົກຄອງແຂວງ ໄດ້ກໍານົດແຜນສູ້ຊົນສ້າງນິຕິກໍາໃຕ້ກົດໝາຍ ແຕ່ປີ 2026-2030 ໃຫ້ໄດ້ 15 ສະບັບ ຢ່າງນ້ອຍກວມເອົາ 03 ຂົງເຂດ; ມອບໃຫ້ພະແນກຍຸຕິທໍາ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະທົ່ວເຖິງຮາກຖານ ເພື່ອໃຫ້ປະຊາຊົນຮັບຮູ້ ພ້ອມກັນເຄົາລົບ ແລະປະຕິບັດກົດໝາຍຢ່າງເອກະພາບ. ທ່ານ ບຸນຫຼາຍ ບຸດທິ ກ່າວຕື່ມວ່າ: ຢາກຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ວັດທະນະທໍາສັງຄົມໃຫ້ມີປະສິດທິຜົນ ແລະເຂັ້ມງວດນັ້ນ ຕ້ອງເລັງໃສ່ບາງບັນຫາຄື: ຄວນຖືເອົາການໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະທົ່ວເຖິງ, ສ້າງນິຕິກໍາໃຕ້ກົດໝາຍໃຫ້ໄດ້ຫຼາຍ ກວມລວມທຸກຂົງເຂດວຽກງານ, ນໍາພາ-ຊີ້ນໍາທຸກອົງການຈັດຕັ້ງພັກ, ລັດ, ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ພະນັກງານນໍາພາ, ຄຸ້ມຄອງ ທຸກຂັ້ນ ຕ້ອງເປັນເຈົ້າການນໍາໃນການເຄົາລົບ ແລະຕິບັດກົດໝາຍ, ແກ້ໄຂເດັດຂາດຕໍ່ເຈົ້າໜ້າທີ່ລັດທີ່ລະເມີດລະບຽບກົດໝາຍ, ປັບປຸງອົງການຕຸລາການ, ອົງການສືບສວນ ສອບສວນ, ເພີ່ມທະວີບົດບາດຂອງອົງການນິຕິບັນຍັດ(ສະພາປະຊາຊົນແຂວງ) ໃນການກວດກາໃຫ້ໜັກແຫນ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຮຽກຮ້ອງມາຍັງມວນຊົນ ກໍຄືປະຊາຊົນບັນດາເຜົ່າ ຊາວແຂວງເຊກອງ ທຸກຄົນ ຈົ່ງພ້ອມກັນຮັບຮູ້, ເຂົ້າໃຈ ແລະຮຽນຮູ້ບັນດາເນື້ອໃນສໍາຄັນຂອງລັດຖະທໍາມະນູນ ແລະກົດໝາຍຕ່າງໆ ທີ່ສະພາແຫ່ງຊາດໄດ້ຮັບຮອງຜ່ານມາ ເພື່ອປະກອບສ່ວນໃນການປົກປົກຮັກສາ ແລະສ້າງສາພັດທະນາປະເທດຊາດ; ຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາໜ້າໃນການເຄົາລົບ ການຈັດຕັ້ງປະຕິບັດກົດຫມາຍ, ອົງການຈັດຕັ້ງທຸກຂັ້ນ ຕ້ອງຢູ່ພາຍໃຕ້ລັດຖະທໍາມະນູນ ແລະກົດໝາຍຂອງ ສປປ ລາວ ເທົ່ານັ້ນ ທັງນີ້ເພື່ອແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ໃຫ້ສັງຄົມມີຄວາມຍຸຕິທໍາ, ສີວິໄລເທື່ອລະກ້າວ. #ໂດຍ: ນາລີວັນ.
ແຂວງເຊກອງ ເປັນເຈົ້າການມີສ່ວນຮ່ວມໃນການປະຕິບັດລັດຖະທໍາມະນູນຢ່າງແຂງແຮງ
