ເມືອງສະໜາມໄຊ ປະກາດໂຄງປະກອບການຈັດຕັ້ງ,ບຸກຄະລາກອນ ແລະ ມອບຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ​ ປະຈຳເຂດເລືອກຕັ້ງເມືອງ.

ກ.ກ. 14, 2026

ເມືອງສະໜາມໄຊ ຈັດພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ​ (ຜູ້ເກົ່າ​ ແລະ​ ຜູ້ໃໝ່) ຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2026 ນີ້, ທີ່ສະໂມສອນເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ​ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ,​ ມີທ່ານ​ ພັທ ຄໍາໂພໄຊ​ ໄຊຍະເສນາ ກຳມະການພັກແຂວງ ເລຂາພັກເມືອງສະໜາມໄຊ, ມີບັນດາທ່ານການນໍາຂອງເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ​ທ່ານ​ ນາງ​ ພູດອນ ຈູມມະລີ​ຮອງເລຂາພັກ​ເມືອງ​ ຫົວໜ້າຄະນະຈັດຕັ້ງເມືອງສະໜາມໄຊ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 63/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ໃນນັ້ນປະກອບມີ:  ທ່ານ​ ພັທ​ ຄໍາໂພໄຊ​ ໄຊຍະເສນາ ກຳມະການພັກແຂວງ ເລຂາພັກເມືອງສະໜາມໄຊ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ, ທ່ານ ຄໍາ​ສີນ​ ສອນຈັນມາ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ, ທ່ານ ພົງສະຫວັນ​ ພົມມະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ພອນໄຊ​ ອິນທິວົງ ກໍາມະການ​ພັກ​ເມືອງ​ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ນ.​ ສິ່ງ​ຄໍາ​ ໂລຫະສານ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ.​ຈາກນັ້ນ, ໃນພິທີກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ​ ທ່ານ​ ຄໍາ​ໝັ້ນ​ ພົມມະແສງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ IV​ ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ)​ ແລະ ທ່ານ​ ພັທ ຄໍາໂພໄຊ​ ໄຊຍະເສນາ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່)​ ໂດຍຊ່ອງໜ້າຮອງປະທານສະພາປະຊາຊົນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານ.​ໃນຕອນທ້າຍພິທີ, ທ່ານ​ ພູວັນ​ ພົມມະຈັນ​ ມີທິດຊີ້ນໍາ ແລະ ໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຂອງຄະນະສະມາຊິກສະພາ​ປະຊາຊົນແຂວງ​ ປະຈໍາເຂດເລືອກຕັ້ງ​ເມືອງ​ ຊຸດເກົ່າ ແລະ ເນັ້ນໜັກໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ​ ຊຸດໃໝ່​ ເອົາໃຈໃສ່ບາງວຽກງານຈຸດສຸມເປັນຕົ້ນ: ຍົກສູງຄວາມຮັບຜິດຊອບທາງການເມືອງ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ, ຮັດແໜ້ນການປະສານສົມທົບ ພົວພັນຮ່ວມມືຢ່າງກົມກຽວກັບອົງການປົກຄອງເມືອງ ເພື່ອຮ່ວມກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫັນປ່ຽນກົນໄກການເຮັດວຽກໃຫ້ມີວິທະຍາສາດ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງ, ໃກ້ຊິດຕິດແທດຮາກຖານ, ຮັບຟັງ ແລະ ນຳເອົາຄວາມມຸ່ງມາດປາດຖະໜາຂອງປະຊາຊົນເມືອງສະໜາມໄຊ ໄປສະເໜີຕໍ່ສະພາປະຊາຊົນແຂວງເພື່ອຄົ້ນຄວ້າແກ້ໄຂໃຫ້ທັນການ.

(ວິນັດ)