(ສພຊ) – ກອງປະຊຸມເຝິກອົບຮົມເພີ່ມຄວາມຮູ້ກ່ຽວກັບບົດຮຽນທີ່ດີຂອງປະເທດຍີ່ປຸ່ນ ໃນວຽກງານຂົງເຂດນິຕິບັນຍັດ ກໍຄືວຽກງານຂົງເຂດຍຸຕິທໍາ ໃຫ້ພະນັກງານ-ລັດຖະກອນຂອງກຳມາທິການກົດໝາຍ ແລະ ຍຸຕິທໍາ (ກໝຍທ) ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ທ່ານ ນາງ ມິຢາໂກະ ໂຄບາຢາຊິ (Miyako KOBAYASHI) ຫົວໜ້າອົງການໄຈກາປະຈໍາລາວ ເຊິ່ງມີທ່ານຮອງປະທານກໍາມາທິການ ແລະ ທ່ານກໍາມະການປະຈໍາ ກໝຍທ, ທ່ານ ທາຄູໂຣະ ຢາມາຊິຕະ (Takuro YAMASHITA) ຫົວໜ້າໂຄງການກົດໝາຍໄຈກາ ພ້ອມດ້ວຍຊ່ຽວຊານ ແລະ ທີມງານຂອງໂຄງການດັ່ງກ່າວເຂົ້າຮ່ວມ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ເນື່ອງຈາກເນື້ອໃນທີ່ນໍາມາສະເໜີ ເປັນບົດຮຽນທີ່ດີໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເປັນເສນາທິການດ້ານນິຕິບັນຍັດໃຫ້ແກ່ສະພາແຫ່ງຊາດ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮູ້ຄວາມເຂົ້າໃຈເລິກເຊິ່ງຕື່ມອີກ ແລະ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ລວມທັງປະກອບສ່ວນເຮັດໃຫ້ການເຄື່ອນໄຫວວຽກງານຂອງກໍາມາທິການ ໄດ້ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ທັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນອັນດີງາມທີ່ມີມາແຕ່ຍາວນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງອົງການນິຕິບັນຍັດ ກໍຄືລະຫວ່າງອົງການໄຈກາປະຈໍາລາວ ກັບ ກໍາມາທິການກົດໝາຍ ແລະ ຍຸຕິທໍາ ໃຫ້ມີໝາກຜົນຕົວຈິງ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບຂະບວນນິຕິບັນຍັດຂອງປະເທດຍີ່ປຸ່ນ, ການຕີຄວາມໝາຍທາງດ້ານກົດໝາຍ ແລະ ວິທີການຕີຄວາມ, ການກໍານົດກ່ຽວກັບສິດທວງ ແລະ ເງື່ອນໄຂ ຈາກຜູ້ຊ່ຽວຊານທີ່ມີປະສົບການຂອງອົງການໄຈກາ; ພ້ອມນັ້ນ, ຍັງໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ບາງບົດຮຽນໃນການປະຕິບັດໜ້າທີ່ຕົວຈິງ.
ກ່ອນໜ້ານັ້ນຄືວັນທີ 18 ກັນຍາ, ທ່ານ ທາຄູໂຣະ ຢາມາຊິຕະ ໄດ້ມອບປຶ້ມກົດໝາຍຈຳນວນໜຶ່ງໃຫ້ແກ່ສະພາແຫ່ງຊາດ.
(ນາງ ອາລິນ ສຸພິມມະປະດິດ)

