(ສພຊ) – ກອງປະຊຸມເຝິກອົບຮົມການນໍາໃຊ້ຖານຂໍ້ມູນໃນການຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ຈັດຂຶ້ນລະຫວ່າງວັນທີ 23-24 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການສູນກາງພັກ, ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ (ກໝຍທ) ເຊິ່ງມີບັນດາທ່ານຮອງປະທານ ກໝຍທ; ຫົວໜ້າ-ຮອງຫົວໜ້າກົມ, ເລຂານຸການການນໍາຂັ້ນສູງ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ; ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ ແລະ ພະນັກງານທີ່ກ່ຽວຂ້ອງຂອງສະພາປະຊາຊົນ ຈາກ 2 ແຂວງ ຄື: ຫຼວງພະບາງ ແລະ ຄໍາມ່ວນ; ຕາງໜ້າມູນນິທິ ເວສມິນສເຕີ ເພື່ອປະຊາທິປະໄຕ (Westminster Foundation for Democracy – WFD) ແລະ ທີມງານຄູເຝິກຈາກບໍລິສັດ ມັນຕິມີເດຍ ແອນ ເທັກໂນໂລຊີ ໂຊລູຊັນ ຈໍາກັດ (MTS) ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອສ້າງຄວາມພ້ອມ, ຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ ໃນການນໍາໃຊ້ລະບົບການຄຸ້ມຄອງສະຖິຕິຄໍາຮ້ອງຂໍຄວາມເປັນທໍາທີ່ເປັນລະບົບທັນສະໄໝ ເພື່ອເກັບກໍາ, ສັງລວມຂໍ້ມູນຄໍາຮ້ອງຂໍຄວາມເປັນທໍາ ໃຫ້ມີຄວາມຮັບປະກັນ ແລະ ສະດວກໃນການນໍາໃຊ້ ທັງຕອບສະໜອງໃຫ້ແກ່ການສັງລວມຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ ກໍຄືຂອງສະພາແຫ່ງຊາດ.
ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບວິທີການນໍາໃຊ້ຖານຂໍ້ມູນຄຸ້ມຄອງຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ; ເຝິກການນໍາໃຊ້ກ່ຽວກັບການເຂົ້າລະບົບຕາມແຕ່ລະປະເພດບັນຊີ, ການຍື່ນຄໍາຮ້ອງຜ່ານລະບົບອອນລາຍ, ການບັນທຶກຂໍ້ມູນຄໍາຮ້ອງເຂົ້າລະບົບ, ຂັ້ນຕອນການຕິດຕາມຄໍາຮ້ອງ ແລະ ຊອກຂໍ້ມູນ, ຂັ້ນຕອນການສະຫຼຸບ ແລະ ລາຍງານ, ແລະ ການຮັບໂອນຄໍາຮ້ອງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ເອົາໃຈໃສ່ສຶກສາ, ຮຽນຮູ້ ການນໍາໃຊ້ຖານຂໍ້ມູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ດ້ວຍເຫດດ້ວຍຜົນ ໂດຍສະເພາະແມ່ນບັນຫາທີ່ເຫັນວ່າຍັງບໍ່ເຂົ້າໃຈ ເພື່ອໃຫ້ມີຄວາມເປັນເອກະພາບກັນ.
(ສອນສັກ ວັນວິໄຊ)

