(ສພຊ) – ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ຕຸລາຜ່ານມາ ທີ່ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ເຂົ້າຮ່ວມມີບັນດາທ່ານ ສສຊ ເພດຍິງ ຈາກສູນກາງ ແລະ 16 ເຂດເລືອກຕັ້ງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ UNDP ແລະ LuxDev, ຄູຝຶກຈາກ UNDP ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກອງເລຂາຊ່ວຍວຽກຈາກສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ.

ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຝຶກອົບຮົມຄັ້ງນີ້ ເປັນຄັ້ງທີ 2 ເພື່ອສ້າງໂອກາດໃຫ້ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບົດບາດຂອງສະພາແຫ່ງຊາດ ໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສໍາຄັນຂອງຊາດ ແລະ ການຕິດຕາມກວດກາ; ບົດຮຽນຂອງສາກົນກ່ຽວກັບການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການທົບທວນກົດໝາຍ; ການວິເຄາະບົດບາດຍິງ-ຊາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງ ສປປລາວ; ການນໍາໃຊ້ G-chat ເຂົ້າໃນການເຮັດວຽກລັດຖະການ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ທັງໝົດນັ້ນ ເປັນອົງຄວາມຮູ້ທີ່ສໍາຄັນ ແລະ ຈໍາເປັນຍິ່ງ ໃຫ້ແກ່ ສສຊ ເພດຍິງ ສາມາດກໍາໄດ້ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຕົນເອງຫຼາຍຂຶ້ນ ໃນການປະກອບຄໍາເຫັນຢູ່ໃນກອງປະຊຸມສະພາແຕ່ລະຄັ້ງ, ສາມາດນໍາເອົາບົດຮຽນຈາກກອງປະຊຸມເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການພິຈາລະນາຫົວຂໍ້ຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ການເປັນຕົວແທນຂອງເພດຍິງໃນເວທີການເມືອງເວົ້າລວມ, ເວົ້າສະເພາະ ການເຮັດໜ້າທີ່ສະມາຊິກສະພາ ໃນການເປັນຕົວແທນໃຫ້ແກ່ປະຊາຊົນ ໄດ້ຢ່າງຄົບຖ້ວນ ແລະ ສົມບູນ.

ກອງປະຊຸມໄດ້ຮັບຟັງການວິເຄາະກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ; ການທົບທວນກົດໝາຍທີ່ຄຳນຶງເຖິງບົດບາດຍິງ-ຊາຍໃນຕົວຈິງ; ການສ້າງຂີດຄວາມສາມາດກ່ຽວກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ການສ້າງຂີດຄວາມສາມາດກ່ຽວກັບການຕິດຕາມກວດກາ; ການນຳໃຊ້ G-Chat ເຂົ້າໃນວຽກລັດຖະການ; ຄົ້ນຄວ້າເປັນກຸ່ມກ່ຽວກັບການຕິດຕາມກວດກາ 2 ຫົວຂໍ້ຄື: 1) ສຸຂະພາບຂອງແມ່ຖືພາ ແລະ ອອກລູກໃໝ່, ການບໍລິການສຸຂະພາບແບບຕໍ່ເນື່ອງທີ່ມີທ່າອຽງຫຼຸດລົງ ແລະ 2) ການມີສ່ວນຮ່ວມຂອງເດັກຍິງໃນພາກວິຊາຊີບ ແລະ ອາຊີວະສຶກສາ ພ້ອມທັງລາຍງານຜົນການຄົ້ນຄວ້າ 2 ຫົວຂໍ້ດັ່ງກ່າວ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນບົດຮຽນຕ່າງໆຕໍ່ຫົວຂໍ້ທັງໝົດທີ່ສະເໜີໃນກອງປະຊຸມ.
(ນາງ ສຸພາວັນ ຫອມສະນິດ)

