loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການຍຸຕິທຳ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ (ສພຂ) ກັບ ອົງການປົກປ້ອງກົດໝາຍ.

ກ.ພ. 23, 2022 | ເຂດ 4 ອຸດົມໄຊ

     (ສພຂ)ຕອນເຊົ້າຂອງວັນຈັນທີ 14 ກຸມພາ 2022 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ອຸດົມໄຊ, ໄດ້ຈັດພິທີເຊັນບົດບັນທຶກການປະສານງານ ລະຫວ່າງ ຄະນະກໍາມະການຍຸຕິທຳ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສພຂ ກັບ ອົງການປົກປ້ອງກົດໝາຍ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສພຂ, ມີທ່ານ ທອງຄານ ວັດສະດາກອນ ປະທານຄະນະກໍາມະການຍຸຕິທຳ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ(ສພຂ), ສສຊ, ສສຂ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ, ຫົວໜ້າພະແນກຍຸຕິທໍາ, ຜູ້ຕາງໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າຂະແໜງ ແລະ ວິຊາການຂະແໜງກ່ຽວຂ້ອງພາຍໃນ ສພຂເຂົ້າຮ່ວມ.
     ຈຸດປະສົງຂອງການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມ ລະຫວ່າງ ສພຂ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022, ເພື່ອເຮັດໃຫ້ການປະສານງານ ແລະ ການສະໜອງຂໍ້ມູນເຊິ່ງກັນ ແລະ ກັນ ມີຄວາມສະດວກ, ວ່ອງໄວທັນກັບເວລາ. ໃນພິທີຄະນະຮັບຜິດຊອບໄດ້ຜ່ານບົດບັນທຶກດັ່ງກ່າວເຊິ່ງເນື້ອໃນບົດບັນທຶກ 4 ສະບັບປະກອບມີ 3 ໝວດ, 6 ມາດຕາ ໄດ້ກໍານົດຫຼັກການ, ຂັ້ນຕອນ, ເນື້ອໃນ ແລະ ກົນໄກການປະສານງານລະຫວ່າງຄະນະກຳມະການຍຸຕິທໍາ, ປ້ອງກັນຊາດແລະ ປ້ອງກັນຄວາມສະຫົງບ(ສພຂ) ກັບ ອົງການປົກປ້ອງກົດໝາຍ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດ, ສິດໜ້າທີ່ຂອງແຕ່ລະພາກສ່ວນໃຫ້ສອດຄ່ອງກັບແນວທາງພັກ-ລັດ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
     ຕອນທ້າຍພິທີ ປະທານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິຊອບຮ່າງບົດບັນທຶກໃນການກະກຽມບົດບັນ ທຶກການປະສານງານດັ່ງກ່າວນີ້ ແລະ ສົ່ງໃຫ້ອົງການກ່ຽວຂ້ອງປະກອບຄໍາຄິດເຫັນໃສ່ເຮັດໃຫ້ບົດບັນທຶກດັ່ງກ່າວສົມ ບູນ ແລະ ໄດ້ຕົກລົງເຫັນດີເປັນເອກະພາບເຊັນບົດບັນທຶກນີ້ ແລະ ທານໄດ້ເນັ້ນໜັກໃຫ້ອົງການກ່ຽວຂ້ອງນໍາເອົາເນື້ອໃນບົດບັນທຶກໄປຈັດຕັ້ງເຊື່ອມຊຶມໃຫ້ແກ່ພະນັກງານ ແລະ ກໍາລັງພາຍໃນກົມກອງຂອງຕົນໃຫ້ຮັບຮູ້, ເຂົ້າໃຈ ແລະ ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ ໃຫ້ປະກົດຜົນເປັນຈິງ.
(📸✍: ແສງພອນ ອິິນນະລົງ).