loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ຢູ່ເມືອງໄຊ.

ສ.ຫ. 25, 2022 | ເຂດ 4 ອຸດົມໄຊ

ໃນລະຫວ່າງວັນທີ 22-24 ສິງຫາ 2022 ນີ້, ທ່ານ ສົມຈັນ ເທບພາລີ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໄຊ ແລະ ທ່ານ ທຸມມາ ປັນຍາສິດ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊ ໄດ້ລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງໄຊ ຈຸດບ້ານຫົວນໍ້າບາກ, ບ້ານແສນສຸວັນ, ແສນລາດ, ຫ້ວ ຍຊາງ, ປຸງຫຽງ ແລະ ບ້ານລ້ອງຍາ ມີນາຍບ້ານ, ອົງການຈັດຄັ້ງບ້ານ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.
 
ຈຸດປະສົ່ງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ເພື່ອສະເໜີໃຫ້ປະຊາຊົນ ຮັບຮູ້ ແລະ ມີຄວາມເຂົ້າໃຈ ວ່າກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນບັນຫາສໍາຄັນຫຍັງແດ່ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ທີ່ສັງຄົມໃຫ້ຄວາມສົນໃຈ.
ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄຳສະເໜີ ຂອງປະຊາຊົນ ທີ່ມີຕໍ່ສະມາຊິກສະພາປະຊາຊົນແຂວງ ໃນການຄຸ້ມຄອງບໍລິຫານລັດ, ຕໍ່ກັບຄໍາຄິດເຫັນດັ່ງກ່າວນັ້ນທາງ ສສຂ ໄດ້ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ສະຫຼຸບສັງລວມ ສົ່ງໃຫ້ຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ມອບໃຫ້ຄະນະກໍາມະການ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາ ແລະ ແກ້ໄຂ ໃຫ້ຖືກຕ້ອງຕາມລະບຽບການ.
ພາບ/ຂ່າວ: ແສງພອນ ອິນນະລົງ.