(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນຮອບດ້ານຕໍ່ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ໄດ້ຈັດຂຶ້ນໃນວັນທີ 3-5 ມິຖຸນາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາທ່ານຮອງປະທານກຳມາທິການ, ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ.
ທ່ານ ຄຳສະໄໝ ສຳມາວົງ ກ່າວວ່າ: ເນື້ອໃນທີ່ນໍາມາຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນໃນຄັ້ງນີ້ ລ້ວນແຕ່ເປັນນິຕິກຳທີ່ສໍາຄັນຂອງຄະນະປະຈໍາສະພາແຫ່ງຊາດ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານຕາມລັດຖະທໍາມະນູນ, ກົດໝາຍ ກໍຄືໃຫ້ສອດຄ່ອງກັບການປັບປຸງກົງຈັກຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກົງຈັກທີ່ເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ກໍຄືແຕ່ລະພາກສ່ວນພາຍໃນສະພາແຫ່ງຊາດ ໄດ້ຢ່າງຄ່ອງຕົວ ແລະ ກົມກຽວກັນ, ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ແລກປ່ຽນຄໍາເຫັນຕໍ່ເນື້ອໃນຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X ແລະ ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ແລະ ປະສົບການ ໃນການຄົ້ນຄວ້າປະກອບຄຳເຫັນໃສ່ແຕ່ລະເນື້ອໃນຂອງນິຕິກຳ ໃຫ້ມີເນື້ອໃນຄົບຖ້ວນ, ລະອຽດຊັດເຈນ, ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບ ແລະ ສອດຄ່ອງກັບສະພາບຕົວຈິງ.
(ນາງ ກຸກກິກ ບຸດດາໄຊ)

