ຮຽບຮຽງເນື້ອໃນກົດໝາຍ 3 ສະບັບ

ພ.ຈ. 13, 2026

(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍປັບປຸງ 3 ສະບັບ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-14 ພະຈິກນີ້ ທີ່ແຂວງວຽງຈັນ, ກົດໝາຍວ່າດ້ວຍລັດຖະບານ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ) ແລະ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ແລະ ທ່ານ ພົຕ. ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກົດໝາຍວ່າດ້ວຍການບິນພົນລະເຮືອນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ; ມີບັນດາທ່ານຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າ ຫສນຍ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ກຳມະການປະຈຳ ກໝຍທ, ຫົວໜ້າ-ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ພາຍໃນ ສພຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າຄໍາຄິດຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອ ທີ 2 ຂອງ ສພຊ ຊຸດທີ X ຕໍ່ເນື້ອໃນ 3 ຮ່າງກົດໝາຍດັ່ງກ່າວ ເຊິ່ງຄະນະຮັບຜິດຊອບໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນແລ້ວ ແລະ ຖືກຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 97% ຂຶ້ນໄປ; ອີງຕາມການປະກອບຄໍາຄິດຄຳເຫັນຂອງ ສສຊ ຕໍ່ເນື້ອໃນຂອງຮ່າງກົດໝາຍ ເຫັນວ່າຍັງມີຫຼາຍຈຸດທີ່ຕ້ອງໄດ້ຄົ້ນຄວ້າເພື່ອປັບປຸງໃສ່ກົດໝາຍ ເຊິ່ງຈະໄດ້ກວດກາຄືນເນື້ອໃນທີ່ຄະນະວິຊາການໄດ້ປັບປຸງຕາມຄຳເຫັນຂອງ ສສຊ ແລະ ຄຳເຫັນທີ່ບໍ່ໄດ້ປັບປຸງ ຫຼື ບັນຫາອື່ນໆ ເຖິງວ່າ ສສຊ ບໍ່ໄດ້ປະກອບຄຳເຫັນໃສ່ ກໍໄດ້ຍົກຂຶ້ນມາປຶກສາຫາລືກັນ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການສຸມໃສ່ຄົ້ນຄວ້າ, ພິຈາລະນາທຸກຄໍາເຫັນຂອງບັນດາທ່ານ ສສຊ ຕໍ່ເນື້ອໃນຂອງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາໃສ່ແຕ່ລະມາດຕາຢ່າງລະອຽດ ເພື່ອຮັບປະກັນໃຫ້ກົດໝາຍມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.

ກໍາມາທິການກົດໝາຍ ແລະ ຍຸຕິທຳ ຈະລາຍງານຜົນສໍາເລັດຂອງການຮຽບຮຽງເນື້ອໃນກົດໝາຍຄັ້ງນີ້ ຕໍ່ກອງປະຊຸມ ຄປຈສພຊ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ ແລະ ສະເໜີປະທານປະເທດ ພິຈາລະນາປະກາດໃຊ້.

(ນາງ ປາກາລັກ ພົມມີໄຊ)