ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

ພ.ຈ. 9, 2026

         (ສພຊ) – ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໄດ້ມີຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ); ມີບັນດາທ່ານຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ກຳມະການປະຈຳ ກໝຍທ, ຫົວໜ້າ-ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ ທີ່ກ່ຽວຂ້ອງ ພາຍໃນ ສພຊ, ກະຊວງປ້ອງກັນກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
        ທ່ານ ນາງ ທຸມມາລີ ວົງພະຈັນ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໄດ້ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີສະມາຊິກສະພາແຫ່ງຊາດ (ສສຊ) ຈໍານວນ 22 ທ່ານ ໄດ້ປະກອບຄໍາເຫັນຕໍ່ເນື້ອໃນຈໍານວນ 29 ມາດຕາ ກວມເອົາ 39 ເນື້ອໃນ ແລະ ໄດ້ຖືກພິຈາລະນາຮັບຮອງເອົາດ້ວຍຄະແນນເຫັນດີ 97.51%; ກອງປະຊຸມຮຽບຮຽງຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ເນື້ອໃນມີຄວາມຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມຂຶ້ນຕື່ມ ກ່ອນສະເໜີປະທານສະພາແຫ່ງຊາດພິຈາລະນາລົງລາຍເຊັນ ແລະ ສະເໜີປະທານປະເທດອອກລັດຖະດຳລັດປະກາດໃຊ້.
        ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ກວດກາຄືນເນື້ອໃນທີ່ຄະນະວິຊາການໄດ້ປັບປຸງຕາມຄໍາເຫັນຂອງ ສສຊ ແລະ ບັນຫາອື່ນໆ ທີ່ເຫັນວ່າຍັງບໍ່ສອດຄ່ອງ, ບໍ່ຈະແຈ້ງ ຫຼື ຍັງບໍ່ທັນຮັດກຸມ ກໍໄດ້ຍົກຂຶ້ນມາປຶກສາຫາລື ເພື່ອຮັບປະກັນໃຫ້ກົດໝາຍສະບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ; ພ້ອມກັນນັ້ນ, ບາງບັນຫາທີ່ກອງປະຊຸມບໍ່ສາມາດຕົກລົງເປັນເອກະພາບກັນໄດ້ ລວມທັງບັນຫາທີ່ໄດ້ຕົກລົງໃນກອງປະຊຸມຄັ້ງນີ້ ຈະໄດ້ລາຍງານ ແລະ ສະເໜີຂໍຄໍາເຫັນຈາກກອງປະຊຸມ ຄປຈສພຊ ເພື່ອພິຈາລະນາກ່ອນສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
                (ນາງ ປາກາລັກ ພົມມີໄຊ)