ຮຽບຮຽງຮ່າງກົດໝາຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ກ.ຍ. 7, 2026

(ສພຊ) – ວັນທີ 31 ສິງຫາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັບກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍການເປັນປະທານຮ່ວມຂອງ ພົຕ. ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທັງນີ້, ກໍເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດກາກຳລັງ ປກສ ເພື່ອເຮັດໃຫ້ກໍາລັງດັ່ງກ່າວ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ ແນໃສ່ຮັບປະກັນເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍໃນບາງມາດຕາທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ບໍ່ທັນຮັດກຸມ ແລະ ບໍ່ເໝາະສົມກັບສະພາບຄວາມເປັນຈິງ ເຊິ່ງຕ້ອງໄດ້ປັບປຸງໃຫ້ຖືກຕ້ອງ, ຮັດກຸມ, ຄົບຖ້ວນ ແລະ ແທດເໝາະກັບສະພາບຄວາມເປັນຈິງ.
ໂດຍປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບ ປີ 2026-2030; ຄະນະຮັບຜິດຊອບໄດ້ດໍາເນີນການຄົ້ນຄວ້າ, ປັບປຸງຫຼາຍຫຼົບຫຼາຍຕ່າວ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງໄດ້ມີການປະເມີນຜົນ, ທາບທາມຄໍາເຫັນ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ສະເໜີຜ່ານຄະນະປະຈຳພັກກະຊວງ ປກສ ເພື່ອມີຄຳເຫັນ; ນອກຈາກນີ້, ຍັງໄດ້ຮ່ວມກັບກະຊວງຍຸຕິທຳ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂັ້ນວິຊາການ ໃນຄັ້ງວັນທີ 11-12 ສິງຫາ ແລະ ກອງປະຊຸມປັບປຸງບາງພາກ, ບາງໝວດ ແລະ ບາງມາດຕາ ໃນຄັ້ງວັນທີ 21 ສິງຫາ ສຳເລັດໂດຍພື້ນຖານ.
ຄັດ ແລະ ຮຽບຮຽງຈາກເພຈ: ຄວາມສະຫງົບ Lao Security News