(ສພຊ) – ການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນານີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງບັນດາຕຳແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງອົງການອໍານາດລັດ ດັ່ງນີ້:
ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ; ຮອງປະທານສະພາແຫ່ງຊາດ ຈຳນວນ 4 ທ່ານ: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄໍາ ແລະ ທ່ານ ມອນໄຊ ລາວມົວຊົ່ງ; ກຳມະການຄະນະປະຈຳສະພາແຫ່ງຊາດ ຈຳນວນ 6 ທ່ານ: ທ່ານ ບຸນຈັນ ສີວົງພັນ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ, ທ່ານ ໂພໄຊ ໄຂຄໍາພິທູນ, ທ່ານ ພົຈວ. ສຸລິໄຊ ພິຈິດ ແລະ ທ່ານ ຈັນທະບູນ ສຸກອາລຸນ.
ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ປະກອບມີ: 1. ກຳມາທິການກົດໝາຍ ແລະ ຍຸຕິທຳ, 2. ກຳມາທິການເສດຖະກິດ ແລະ ການເງິນ, 3. ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, 4. ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, 5. ກຳມາທິການການຕ່າງປະເທດ ແລະ 6. ຫ້ອງວ່າການສະພາແຫ່ງຊາດ ໂດຍທ່ານ ບຸນຈັນ ສີວົງພັນ ເປັນຫົວຫ້ອງວ່າການສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເປັນປະທານກໍາມາທິການວັດທະນະທໍາ-ສັງ ຄົມ ແລະ ຊົນເຜົ່າ, 3. ທ່ານ ນາງ ທຸມມາລີ ວົງພະຈັນ ເປັນປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ, 4. ທ່ານ ໂພໄຊ ໄຂຄໍາພິທູນ ເປັນປະທານກຳມາທິການການຕ່າງປະເທດ, ທ່ານ ພົຈວ. ສຸລິໄຊ ພິຈິດ ເປັນປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່ານ ຈັນທະບູນ ສຸກອາລຸນ ເປັນປະທານກໍາມາທິການເສດຖະກິດ ແລະ ການເງິນ.

ທ່ານ ທອງລຸນ ສີລຸລິດ ເປັນປະທານປະເທດ ແລະ ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ.
ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ.

ກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ເຊິ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຄື: 1. ກະຊວງປ້ອງກັນປະເທດ, 2. ກະຊວງປ້ອງກັນຄວາມສະຫງົບ, 3. ກະຊວງການຕ່າງປະເທດ, 4. ກະຊວງຍຸຕິທຳ, 5. ກະຊວງສາທາລະນະສຸກ, 6. ກະຊວງສຶກສາທິການ ແລະ ກິລາ, 7. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, 8. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 9. ກະຊວງການເງິນ, 10. ກະຊວງກະສິກຳ ແລະ ສິ່ງແວດລ້ອມ, 11. ກະຊວງອຸດສາຫະກຳ ແລະ ການຄ້າ, 12. ກະຊວງໂຍທາທິການ ແລະ ຂົນສົ່ງ, 13. ກະຊວງເຕັກໂນໂລຊີ ແລະ ການສື່ສານ, 14. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ 15. ທະນາຄານແຫ່ງ ສປປລາວ.
ບຸກຄະລາກອນເຂົ້າຮັບຕໍາແໜ່ງເປັນຄະນະລັດຖະບານ ທັງໝົດ 17 ທ່ານ ລວມທັງນາຍົກລັດຖະມົນຕີ ເຊິ່ງມີລາຍຊື່ ແລະ ຕໍາແໜ່ງຮັບຜິດຊອບ ດັ່ງນີ້:
1. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ;
2. ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ;
3. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ;
4. ທ່ານ ພົອ. ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ;
5. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ;
6. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ;
7. ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປລາວ;
8. ທ່ານ ພົທ. ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ;
9. ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ;
10. ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ;
11. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ;
12. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
13. ທ່ານ ເຫຼັກໄຫຼ ສີລິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ;
14. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ;
15. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ;
16. ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ;
ທ່ານ ພົຈວ. ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ;
ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ;
ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ.


