ຮອງປະທານ ສພຊ ຮັບການເຂົ້າຢ້ຽມຂໍ່ານັບຂອງທູດກູບາ

ຕ.ລ. 28, 2026

        (ສພຊ) – ຕອນສວາຍວັນທີ 27 ຕຸລານີ້, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເອນນາ ເອສເທີ ວຽນ ວາລເດສ (Enna Esther Viant Valdes) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດກູບາ (ສ.ກູບາ) ປະຈຳ ສປປລາວ.
        ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ຊົມເຊີຍທີ່ສະຫາຍ ນາງ ເອນນາ ເອສເທີ ວຽນ ວາລເດສ ໄດ້ມາປະຕິບັດໜ້າທີ່ການທູດຢູ່ ສປປລາວ ທັງຕີລາຄາສູງຕໍ່ບັນດາຜົນສຳເລັດໄລຍະຜ່ານມາ ໃນການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປລາວ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ບົນພື້ນຖານອຸດົມການສັງຄົມນິຍົມ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ກູບາ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະຖານເອກອັກຄະລັດຖະທູດກູບາປະຈໍາລາວ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.
       ສະຫາຍ ນາງ ເອນນາ ເອສເທີ ວຽນ ວາລເດສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກູບາ-ລາວ ທັງແຈ້ງໃຫ້ຊາບສະພາບການທີ່ພົ້ນເດັ່ນໃນປັດຈຸບັນຂອງ ສ.ກູບາ ແລະ ໃຫ້ຄຳໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດແຫ່ງອຳນາດປະຊາຊົນກູບາ (National Assembly of People’s Power) ແລະ ສະພາແຫ່ງຊາດລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
       ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງ ທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວຂອງພັກກອມມູນິດກູບາ ແລະ ລັດຖະບານ ທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ຕ້ານການຂວໍ້າບາດທາງດ້ານເສດຖະກິດ ແລະ ການເງິນຂອງພວກຈັກກະພັດ ແລະ ບັນດາອິດທິກໍາລັງປໍລະປັກ ຫຼາຍກວ່າທົດສະວັດມາແລ້ວ, ສາມາດປົກປັກຮັກສາໄດ້ໝາກຜົນຂອງການປະຕິວັດຊາດ ແລະ ສືບຕໍ່ພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດແຫ່ງອໍານາດປະຊາຊົນກູບາ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ທີ່ໄດ້ລົງນາມຮ່ວມກັນໃນປີ 2019 ຢ່າງເປັນຮູບປະທໍາ, ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຜູ້ແທນຂັ້ນປະທານສະພາ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ກູບາ ນໍາກັນ; ສະແດງຄວາມຊົມເຊີຍ, ປິຕິຍິນດີ ທີ່ ສ.ກູບາ ໄດ້ຖືກຮັບຮອງເຂົ້າເປັນປະເທດສັງເກດການໃນກອງປະຊຸມສາມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 44 ຢູ່ປະເທດອິນໂນເນເຊຍ ໃນຕົ້ນເດືອນສິງຫາ 2023. ພ້ອມກັນນັ້ນ, ຍັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ທີ່ດີໃນການປະກອບສ່ວນພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສ.ກູບາ ກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ-ສະຖານທູດ ສ.ກູບາ ປະຈໍາລາວ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ນາງ ປາກາລັກ ພົມມີໄຊ)