loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສພຊ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ

ມ.ກ. 9, 2020 | ຂ່າວກອງປະຊຸມ

(ສພຊ) ວັນທີ 3 ມັງກອນ 2020 ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສົມພັນ ແພງຄໍາມີ ຮອງປະທານ ສພຊ, ປະທານຄະນະສັນຕິພາບ ແລະ ຄວາມສາມັກຄີຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດິນກ່າ ອາສສະທານ່າ ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປລາວ ເພື່ອປຶກສາຫາລືວຽກງານກ່ຽວກັບຄະນະສັນຕິພາບ ແລະ ຄວາມສາມັກຄີ, ການພົວພັນຮ່ວມມືສອງຝ່າຍ ລະຫວ່າງລາວ-ອິນເດຍ.

ທ່ານ ສົມພັນ ແພງຄໍາມີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາປະຕິບັດ ໜ້າທີ່ຢູ ສປປລາວ ຂອງທ່ານເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປລາວ; ພ້ອມທັງຕີລາຄາສູງ ຕໍ່ມູນເຊື້ອການພົວພັນຮ່ວມມື ລາວ-ອິນເດຍ  ທີ່ເວລາໃດກໍເປັນເພື່ອນມິດສະໜິດສະໜົມ ແລະ ພ້ອມທີ່ຈະເສີມຂະຫຍາຍການພົວພັນກັນ ດ້ວຍຫລາຍຮູບຫລາຍສີ ເປັນຕົ້ນການແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ການຄ້າ-ການລົົງທຶນ, ການສຶກສາ ແລະ ວັດທະນະ ທໍາ, ການປ້ອງກັນຊາດ, ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນດ້ານມະນຸດສະທໍາ; ອິນເດຍ ແລະ ສປປລາວ ມີສາຍພົວພັນ ແລະ ການຮ່ວມມືອັນດີນໍາກັນ ມາແຕ່ດົນນານ ເຊິ່ງອິນເດຍໄດ້ປະກອບສ່ວນສະໜັບສະໜູນຢ່າງຕັ້ງໜ້າ ແລະ ຫ້າວຫັນເຂົ້າໃນພາ ລະກິດການຕໍ່ສູ້ເພື່ອປົດປ່ອຍປະເທດຊາດຂອງ ສປປລາວ ຢູ່ກອງປະຊຸມສາກົນ (ກອງປະຊຸມເຊີ ແນວ) ກໍຄືຢູ່ໃນຄະນະກໍາມາທິການກວດກາສາກົນເພື່ອດູແລໃນອິນດູຈີນ.  ສອງຝ່າຍໄດ້ມີການ ພົວພັນ ແລະ ສະໜັບສະໜູນກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ: ເວທີຂອງອົງການສະຫະພັນລັດຖະສະພາສາກົນ (IPU), ເວທີຂອງສະຫະພັນລັດຖະສະພາອາຊີ-ປາຊີຟິກ ​(APPF), ເວທີຂອງຄູ່ຮ່ວມເຈລະຈາອາຊີ-ເອີຣົບ (ASEP), ກອງປະຊຸມສະມັດຊາໃຫຍ່ ໄອປາ (AIPA) ແລະ ອື່ນໆ.  ນອກຈາກນີ້,  ອິນເດຍ ຍັງໃຫ້ການສະໜັບສະໜູນ ຕໍ່ກັບສະພາແຫ່ງຊາດລາວ ດ້ານຊັບພະຍາກອນມະນຸດຈໍານວນໜຶ່ງເຊັ່ນ: ໄດ້ຊ່ວຍເຫລືອໃຫ້ທຶນເຝິກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືທາງດ້ານເຕັກນິກ ແລະ ເສດຖະກິດອິນເດຍ (ITEC Programme) ເຊິ່ງໃນຕົ້ນປີ 2018 ວິຊາການກົມກົດໝາຍ, ກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ກໍໄດ້ເຂົ້າຮ່ວມເຝິກອົບຮົມໄລຍະສັ້ນຂອງໂຄງການ ITEC ໃນຫົວຂໍ້ “ການເຝິກອົບຮົມກ່ຽວກັບວຽກງານລັດຖະສະພາ” ທີ່ນິວເດລີ ປະເທດອິນເດຍ.

ໃນຕອນທ້າຍ, ທ່ານຮອງປະທານ ສພຊ ຍັງໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນທີ່ດີຍິ່ງໆຂຶ້ນ; ພ້ອມກັນຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການການຮ່ວມມືທີ່ໄດ້ມີການຕົກລົງຮ່ວມກັນ ແລ້ວໃຫ້ປາກົດຜົນເປັນຈິງ ພ້ອມທັງສະເໜີທິດທາງແຜນການຮ່ວມມື ລະຫວ່າງສອງອົງການນິຕິ ບັນຍັດຄື: ໃຫ້ມີການແລກປ່ຽນຄະນະຜູ້ແທນລະຫວ່າງສອງສະພາແຫ່ງຊາດລາວ-ອິນເດຍ ໃຫ້ເປັນ ປົກກະຕິ; ສືບຕໍ່ສະໜັບສະໜູນໃຫ້ທຶນກໍ່ສ້າງບຸກຄະລາກອນຂອງສະພາແຫ່ງຊາດລາວ ເປັນຕົ້ນ: ດ້ານການສ້າງກົດໝາຍ, ວຽກງານລັດຖະສະພາ ແລະ ເຝິກອົບຮົມດ້ານພາສາຕ່າງປະເທດ.

ໂອກາດດຽວກັນນີ້, ທ່ານ ດິນກ່າ ອາສສະທານ່າ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານຮອງປະທານສະພາແຫ່ງຊາດ ພ້ອມທັງຈະສືບຕໍ່ປະຕິບັດໜ້າທີ່ການທູດ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນກວ່າເກົ່າ.

ສອງຝ່າຍຖືວ່າສາຍພົວພັນລະຫວ່າງສອງປະເທດມີລັກສະນະເປັນມູນເຊື້ອດ້ານປະຫວັດສາດ ແລະ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ນັບແຕ່ວັນທີ 2 ກຸມພາ 1956 ເປັນຕົ້ນມາ. ການພົວພັນຮ່ວມມືລາວ-ອິນເດຍ ກໍໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ.

(ສົມນຶກ ແກ້ວໄຊຍະຈັກ)