loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສປນວ ຕິດຕາມກວດກາສູນຈຳກັດບໍລິເວນໃນນະຄອນຫຼວງວຽງຈັນ

ທ.ວ. 9, 2021 | ເຂດ 1 ນະຫລວງວຽງຈັນ

(ສພຊ) ວັນທີ 11 ສິງຫາຜ່ານມາ, ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການຕ້ອງຮັບຂອງ ທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ມີຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ຮອງ​ປະທານ​ຄະນະກຳມະການ​ເສດຖະກິດ, ແຜນການ ແລະ ການເງິນ, ບັນດາສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ປະຈຳເຂດເລືອກຕັ້ງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສີດາ ບຸນມາ ຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າສູນຈຳກັດບໍລິເວນ ຫລັກ 16 ໄດ້ລາຍງານໃຫ້ຮູ້ວ່າ: ເມືອງໄຊທານີມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 144 ຄົນ, ກວມເອົາ 35 ບ້ານ ແລະ ໄດ້ຮັບການປິ່ນປົວຫາຍດີທັງໝົດແລ້ວ, ໄດ້ຮັບເອົາແຮງງານລາວທີ່ມາຈາກຕ່າງປະເທດ ແລະ ຕ່າງແຂວງ ເຂົ້າສູນຈຳກັດບໍລິເວນ 3 ແຫ່ງຄື: ສູນຈຳກັດບໍລິເວນ ມສ ໂຄກສີວິໄລ, ສະໜາມກີລາແຫ່ງຊາດ ຫລັກ 16 ແລະ ສະໜາມກີລາມະຫາວິທະຍາໄລແຫ່ງຊາດລາວ. ນັບແຕ່ທ້າຍເດືອນກໍລະກົດ 2021, ສູນຈຳກັດບໍລິເວນ ຫລັກ 16 ມີແຮງງານສະສົມທັງໝົດ 409 ຄົນ, ຍິງ 228 ຄົນ, ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 59 ຄົນ, ຍິງ 28 ຄົນ ເຊິ່ງໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ. ໄລຍະຜ່ານມາ, ໄດ້ຮັບການຊ່ວຍເຫລືອຈາກພາກສ່ວນຕ່າງໆ ເປັນຕົ້ນແມ່ນ: ອາຫານ, ນ້ຳດື່ມ, ໜ້າກາກອະນາໄມ, ອຸປະກອນການແພດ ແລະ ເຄື່ອງໃຊ້ຈຳເປັນອີກຈຳນວນໜຶ່ງ ແຕ່ຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງແຮງງານໄດ້. ນອກຈາກນີ້, ກໍໄດ້ສະເໜີບາງບັນຫາຕໍ່ຄະນະລົງເຮັດວຽກ ໂດຍສະເພາະດ້ານງົບປະມານຮັບໃຊ້ຢູ່ສູນບໍ່ພຽງພໍ ແລະ ຈຳກັດ, ການແຈ້ງຈຳນວນແຮງງານເຂົ້າມາສູນ ຍັງບໍ່ຊັດເຈນ ເຮັດໃຫ້ການກະກຽມສະຖານທີ່ບໍ່ທ່ວງທັນ ແລະ ເກີດຄວາມແອອັດຢູ່ແຕ່ລະຫ້ອງ, ຄວາມຂາດເຂີນດ້ານອຸປະກອນຮັບໃຊ້ໃນຊີວິດປະຈຳວັນ, ອຸປະກອນການແພດ, ອາຫານ, ນ້ຳດື່ມ ແລະ ການນຳສົ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ໄປປິ່ນປົວຢູ່ໂຮງໝໍຍັງຊັກຊ້າ ບໍ່ທັນກັບເວລາ.

ໃນຕອນທ້າຍ, ທ່ານ ຮອງປະ ສປນວ ກໍໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບບຸກຄະລາກອນທີ່ຮັບຜິດຊອບເບິ່ງແຍງແຮງງານທັງໝົດໃນສູນຈຳກັດບໍລິເວນແຕ່ລະແຫ່ງ ໂດຍສະເພາະແຮງງານລາວທີ່ເຂົ້າສູນຈຳກັດບໍລິເວນ ທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19, ຄວາມປອດໄພໃນການຮັກສາຊັບສິນສ່ວນຕົວ ແລະ ບັນຫາຫຍຸ້ງຍາກອື່ນໆອີກຈຳນວນໜຶ່ງ ເຊິ່ງທ່ານໄດ້ຮັບເອົາຄຳສະເໜີດັ່ງກ່າວ ເພື່ອນຳໄປລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າຊອກຫາວິທີແກ້ໄຂໃນຕໍ່ໜ້າ.

ໂອກາດລົງເຄື່ອນໄຫວເຮັດວຽກນີ້, ຄະນະຍັງໄດ້ລົງຕິດຕາມເບິ່ງສະຖານທີ່ຕົວຈິງ ແລະ ໄດ້ລົງຕິດຕາມກວດກາຢູ່ສູນຈຳກັດບໍລິເວນມະຫາວິທະຍາໄລແຫ່ງຊາດລາວ ແລະ ສູນຈຳກັດບໍລິເວນສູນກີລາຫ້ວຍຫົງ ເມືອງຈັນທະບູລີ ອີກດ້ວຍ.

ພາບ ແລະ ຂ່າວໂດຍ: ນາງ ພອນທິບ ອິນທິລາດ