loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ກສຕສ ເຄື່ອນໄຫວຕິດຕາມ, ກວດກາ ຢູ່ແຂວງຄຳມ່ວນ

ທ.ວ. 14, 2021 | ຂ່າວທົ່ວໄປ

        (ສພຊ) ລະຫວ່າງວັນທີ 6-7 ທັນວາ 2021 ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ຢູ່ແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມກວດກາໃນຄັງນີ້ມີທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງ (ສພຂ) ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ອົງການປົກຄອງແຂວງ, ບັນດາຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ.

         ຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້ ແມ່ນເພື່ອເກັບກໍາຂໍ້ມູນພື້ນຖານ, ຮັບຟັງຄວາມຄິດເຫັນຂອງການນຳແຂວງ, ເມືອງ ແລະ ປະຊາຊົນ ກ່ຽວກັບບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ເປັນຕົ້ນ ອຸທິຍານແຫ່ງຊາດພູຫີນໜາມໜໍ່, ແຫລ່ງນໍ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາດຈະເກີດຂຶ້ນຈາກການພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນ, ເພື່ອເປັນຂໍ້ມູນພື້ນຖານສຳຄັນໃຫ້ແກ່ກຳມາທິການ ໃນການຄົ້ນຄວ້າ ໜັງສືສະເໜີ ຂອງລັດຖະບານ ສະບັບເລກທີ 57/ນຍ, ລົງວັນທີ 15 ມິຖຸນາ 2021 ກ່ຽວກັບການຮັບຮອງ ແລະ ພິຈາລະນາຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ທີ່ພົວພັນກັບໂຄງການໄຟຟ້າຄວາມຮ້ອນຖ່ານຫີນ ບົວລະພາ ເມືອງບົວລະພາ ແຂວງຄໍາມ່ວນ.

         ໂອກາດເຄື່ອນໄຫວຄັ້ງນີ້, ຄະນະ ໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກແຜນການ ແລະ ການລົງທຶນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກ່ຽວກັບຂໍ້ມູນຂອງໂຄງການພະລັງງານໄຟຟ້າຄວາມຮ້ອນຖ່ານຫີນເປັນຕົ້ນ: ຈຸດທີ່ຕັ້ງຂອງໂຄງການ, ອາຍຸສຳປະທານ, ມູນຄ່າຂອງໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ອຸທິຍານແຫ່ງຊາດພູຫີນໜາມໜໍ່ ທີ່ກຳລັງກະກຽມສະເໜີເປັນມໍລະດົກໂລກທາງດ້ານທຳມະຊາດ ເຊິ່ງໄດ້ຍົກໃຫ້ເຫັນດ້ານຄວາມເໝາະສົມ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການສ້າງ ແລະ ການປະເມີນເບື້ອງຕົ້ນຂອງໂຄງການດັ່ງກ່າວ ພາຍຫລັງໄດ້ຮັບຟັງການລາຍງານແລ້ວ ທ່ານຮອງປະທານ ກສຕສ ພ້ອມດ້ວຍຄະນະ ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ມີບາງຄໍາຖາມເຈາະຈີ້ມຕໍ່ພະແນກການທີ່ເຂົ້າຮ່ວມຢ່າງກົງໄປ-ກົງມາ ເພື່ອເປັນຂໍ້ມູນອັນຄົບຖ້ວນຮອບດ້ານແບບພາວະວິໄສ; ຈາກນັ້ນ, ຄະນະ ໄດ້ສືບຕໍ່ເຮັດວຽກຢູ່ພາກສະໜາມເຂດສຳປະທານຈຸດສຸມບ້ານຫລັງຄັງ ເມືອງບົວລະພາ ແຂວງຄໍາມ່ວນ ເຊິ່ງໄດ້ຮັບຟັງການລາຍງານຂອງຂະແໜງການທີ່ກ່ຽວຂ້ອງກ່ຽວກັບໂຄງການດັ່ງກ່າວ ໄດ້ສະເໜີການປະເມີນຄວາມເໝາະສົມໃນການສ້າງໂຄງການພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ.

         ທ່ານ ຄໍາມ່ວນ ຊົມສີຫາປັນຍາ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະແດງຄວາມຊົມເຊີຍຕໍ່ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ທີ່ໄດ້ສະໜອງຂໍ້ມູນຮອບດ້ານ ໃຫ້ຄະນະທີ່ເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ ເຊິ່ງເປັນຂໍ້ມູນພື້ນຖານອັນລະອຽດທີ່ຈະນຳໄປສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນ ສະພາແຫ່ງຊາດ ຊຸດທີ IX ໃນຕໍ່ໜ້າໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

(ເອື້ອ ມະໂນສິງ)