‎ຮອງປະທານສະພາແຫ່ງຊາດ ເຮັດວຽກຢູ່ແຂວງວຽງຈັນ

ກ.ກ. 26, 2026

‎(ສພຊ) – ວັນທີ 24 ກໍລະກົດ 2026 ທີ່ສະໂມສອນໃຫຍ່ແຂວງວຽງຈັນ, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງອ້ອມຂ້າງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຜູ້ຕາງໜ້າຂອງພະແນກການ ແລະ ອົງການອ້ອມຂ້າງແຂວງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ.
‎ ໃນພິທີ, ໄດ້ຮັບຟັງການລາຍງານກ່ຽວກັບສະພາບໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງວຽງຈັນ ຈາກທ່ານ ພູທະນູເພັດ ໄຊສົມບັດ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 190/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ພູທະນູເພັດ ໄຊສົມບັດ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ແລະ ທ່ານ ສີທົນ ແສງພະຈັນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ; ຈາກນັ້ນ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ປະທານ ແລະ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ຄສຊ).
‎ ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ພ້ອມທັງເນັ້ນໜັກໃຫ້ ຄສຊ ຕ້ອງໄດ້ມີການວາງແຜນການເຄື່ອນໄຫວເປັນແຕ່ລະໄລຍະ; ມີການສະຫຼຸບຕີລາຄາລາຍງານຂັ້ນເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ກໍຄືຄະນະພັກແຂວງ ວາງອອກ; ທັງປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ກໍຄືອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ໂຄງການ ທີ່ ສພຊ ວາງອອກ ໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງຂອງເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການຂອງ ສພຊ ແລະ ສພຂ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ.
‎ ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃຫ້ການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກໍຄື ສສຊ-ສສຂ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.