ຮອງປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂໍ່ານັບຂອງທູດອົດສະຕຣາລີ

ພ.ພ. 16, 2026

(ສພຊ) – ຕອນບ່າຍວັນທີ 15 ພຶດສະພານີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເມແກນ ຈອນສ໌ (Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປລາວ; ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງໃນການພົບປະຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ອົດສະຕຣາລີ ເວົ້າລວມ, ເວົ້າສະເພາະ ສອງອົງການນິຕິບັນ ຍັດ ກໍຄືສະພາແຫ່ງຊາດລາວ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປລາວ ໃຫ້ນັບມື້ໄດ້ຮັບການພັດທະນາ.

ພ້ອມດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະ​ເໜີແລກປ່ຽນ​ທິດທາງແຜນການ​ການ​ພົວພັນຮ່ວມ​ມືລະຫວ່າງສອງອົງການນິຕິບັນຍັດໃນ​ຕໍ່ໜ້າ ເປັນຕົ້ນ: ສະໜັບສະໜູນການທັດສະນະສຶກສາ, ແລກປ່ຽນບົດຮຽນ ກໍຄືເຝິກອົບຮົມໃນຫົວຂໍ້ຕ່າງໆທີ່ກ່ຽວກັບ ສສຊ ໜຸ່ມ ແລະ ວິຊາການຫຼັກແຫຼ່ງຂອງສະພາແຫ່ງຊາດລາວ ກັບ ອົດສະຕຣາລີ ທີ່ຈະເປັນທ່າແຮງໃນການພົວພັນ ແລະ ແລກປ່ຽນບົດຮຽນກັບສາກົນ ໃຫ້ມີປະສິດທິພາບຂຶ້ນຕື່ມ ໂດຍສະເພາະພາສາອັງກິດ, ຄວາມຮູ້ກ່ຽວກັບການນໍາໃຊ້ປັນຍາປະດິດ (AI); ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດສັນຍາ, ​ສົນທິສັນຍາຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ມີຜົນສຳເລັດເປັນຢ່າງດີ.
ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານຮອງປະທານສະພາແຫ່ງຊາດ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມມືຮອບດ້ານ ລະຫວ່າງອົດສະຕຣາລີ ແລະ ສປປລາວ ນັບມື້ນັບໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ.
ການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະ 7 ທົດສະວັດຜ່ານມາ (15/01/1952 – ປັດຈຸບັນ) ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຫັນໄດ້ວ່າມີການຂະຫຍາຍຕົວໄປສູ່ທ່າກ້າວອັນດີ; ພິເສດ, ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນປີ 2024 ເຊິ່ງເນັ້ນໃສ່ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາຊັບພະຍາກອນມະນຸດທີ່ຍືນຍົງ.

(ກົງທະນູຄຳ ພິພັດເສລີ)