ຮອງປະທານສະພາແຫ່ງຊາດ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງຊົນນະບູລີ

ມ.ຖ. 4, 2026

(ສພຊ) – ໃນລະຫວ່າງວັນທີ 27-30 ພຶດສະພາ 2026, ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ V ຢູ່ 2 ຈຸດຂອງເມືອງຊົນນະບູລີ ຄື: ເຂດຈຸດສຸມຕາແສງຕັ່ງຫວາຍ-ລຳທວາຍ ແລະ ສະໂມສອນຂອງເມືອງ ໂດຍມີອຳນາດການປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຜົນສຳເລັດການພັດທະນາເສດຖະກິດ-ສັງ ຄົມ ຈາກຄະນະກຳມະການປົກຄອງເມືອງ ແລະ ຈຸດສຸມຕາແສງຕັ່ງຫວາຍ-ລຳທວາຍ ໃນແຕ່ລະຈຸດທີ່ລົງພົບປະ; ພ້ອມດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ໄດ້ລາຍງານຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ສພຂ ສະຫວັນນະເຂດ ຊຸດທີ V ໂດຍຫຍໍ້. ຫຼັງຈາກນັ້ນ, ຜູ້ມີສິດເລືອກຕັ້ງໄດ້ສະເໜີຄຳຄິດຄຳເຫັນ ທີ່ຢາກໃຫ້ມີການສ້ອມແປງເສັ້ນທາງໃຫ້ສາມາດທຽວໄດ້ສອງລະດູ, ຄົ້ນຄວ້າພິຈາລະນາໂຄງການກໍ່ສ້າງຕາຂ່າຍໄຟຟ້າເຂົ້າບ້ານທີ່ຍັງບໍ່ທັນມີໄຟຟ້າ, ສ້ອມແປງລະບົບຊົນລະປະທານ, ລະບົບສັນຍານໂທລະຄົມມະນາຄົມ, ປັບປຸງໂຮງຮຽນທີ່ມີຄວາມຊຸດໂຊມຫຼາຍ, ເພີ່ມເງິນອູດໜູນປະທານບ້ານຕື່ມ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ; ຜ່ານການຮັບຟັງຂໍ້ສະເໜີຕ່າງໆ, ບັນດາສະມາຊິກສະພາປະຊາຊົນແຂວງ ແລະ ຕາງໜ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ ກໍໄດ້ຜັດປ່ຽນກັນຊີ້ແຈງ, ອະທິບາຍໃຫ້ຄວາມກະຈ່າງແຈ້ງໃນບັນຫາຕ່າງໆຢ່າງກົງໄປກົງມາ.
ໃນການພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມຊົມເຊີຍຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງຊົນນະບູລີ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ຊົມເຊີຍຕໍ່ການປະກອບສ່ວນຢ່າງຫ້າວຫັນຂອງພໍ່ແມ່ປະຊາຊົນໃນການພັດທະນາທ້ອງຖິ່ນຕົນ ເຊິ່ງສະແດງອອກໃນການສ້າງລາຍຮັບເກີນແຜນ, ຈັງຫວະການຂະຫຍາຍຕົວຂອງເສດຖະກິດເພີ່ມຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໜັກໃຫ້ປະຊາຊົນ ກໍຄືອຳນາດການປົກຄອງແຕ່ລະຂັ້ນ ສືບຕໍ່ນຳໃຊ້ທ່າແຮງຂອງທ້ອງຖິ່ນຕົນ, ກໍານົດຈຸດສຸມໃນການພັດທະນາ ເພື່ອເສີມຂະຫຍາຍທ່າແຮງທີ່ມີຂອງເມືອງ ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເປັນເຈົ້າການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນຮູບປະທຳເທື່ອລະກ້າວ.
ໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມບໍລິສັດ ສຸກຮຸ່ງເຮືອງ ສະຫວັນນະເຂດ ຈຳກັດຜູ້ດຽວ ຕັ້ງຢູ່ເມືອງນອງ ເຊິ່ງເປັນບໍລິສັດທີ່ລົງທຶນໃສ່ຂົງເຂດປູກຕົ້ນໄມ້ກິນໝາກ ແລະ ສ້າງຕັ້ງໂຮງງານຫຸ້ມຫໍ່ເພື່ອສົ່ງອອກ, ຢ້ຽມຢາມໂຄງການໂຮງໄຟຟ້າພະລັງ ງານລົມ ສະຫວັນ 1 ຕັ້ງຢູ່ເມືອງພີນ; ພ້ອມນັ້ນ, ຍັງໄດ້ນຳເອົາອຸປະກອນການຮຽນ, ອຸປະກອນກິລາຈໍານວນໜຶ່ງ ມອບໃຫ້ແຕ່ລະຈຸດທີ່ໄດ້ໄປເຄື່ອນໄຫວ ລວມເປັນມູນຄ່າຫຼາຍກວ່າ 50 ລ້ານກີບ, ໄດ້ໄປເຂົ້າຮ່ວມເປັນປະທານພິທີມອບ-ຮັບໂຮງຮຽນປະຖົມບ້ານນາກອຍຫ້ວຍ (ບ້ານສາມັກຄີໄຊ) ເມືອງອາດສະພັງທອງ ທີ່ມີການສ້າງໂຮງຮຽນຫຼັງໃໝ່ບົນພື້ນຖານທຶນທີ່ລະດົມໄດ້ໂດຍສະມາຊິກສະພາແຫ່ງຊາດ ຊຸດທີ XI ທີ່ຜ່ານມາ.