loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ຕ້ອນຮັບລັດຖະ ມົນຕີ ກະຊວງການເງິນ ສະໂລວັກ

ມ.ກ. 16, 2018 | ຂ່າວກອງປະຊຸມ

ໃນ​ໂອກາດ​ດັ່ງກ່າວ, ທ່ານ ​ບຸນ​ປອນ ບຸດ​ຕະນະ​ວົງ ​ໄດ້​ສະ​ແດງ​ຄວາມ​ຊົມເຊີຍ, ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່​ ທ່ານ ​​​Peter kazimir ທີ່​ໄດ້​ນຳພາ​ຄະນະ ​ເດີນທາງ​ມາ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ ສຳຄັນເຂົ້າ​ໃນ​ການພົວພັນຮ່ວມມື ລະ ຫວ່າງ ລາວ-ສະ​ໂລ​ວັກ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກງາມຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ Peter kazimir ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ ທ່ານ ​ບຸນ​ປອນ ບຸດ​ຕະນະ​ວົງ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ​ ໃຫ້ການຕ້ອນຮັບອັນອົບອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງຈຸດປະສົງ​ ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ໃນຄັ້ງ​ນີ້, ໃຫ້​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຊາບຕື່ມ ອີກ.