(ສພຊ) – ຕອນບ່າຍວັນທີ 25 ພະຈິກນີ້ ທີ່ຫໍສະພາ ແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ, ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງອົງການນິຕິບັນຍັດຈີນ ເຊິ່ງມີຂຶ້ນໃນທ່າມກາງບັນຍາກາດທີ່ທັງສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ປີມິດຕະພາບ ລາວ-ຈີນ ຢ່າງເປັນຂະບວນຟົດຟື້ນ ອັນເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຕາມທິດ “4 ດີ” (ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ) ແລະ ການສ້າງຄູ່ຮ່ວມຊາຕາກຳ ໃຫ້ນັບມື້ນັບແຕກດອກອອກຜົນ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ ທີ່ພັກກອມມູນິດຈີນ ກໍຄືປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍສະເພາະຜົນສຳເລັດອັນໂດດເດັ່ນໃນພາລະກິດສ້າງສາພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ, ເດັດດ່ຽວໜຽວແໜ້ນ ໂດຍມີສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ. ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຜົນການພົບປະເຮັດວຽກລະຫວ່າງສະຫາຍ ນາງ ເທຍ ນິງ ກັບ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ລາວ-ຈີນ ເຊິ່ງໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ຢ່າງເລິກເຊິ່ງ. ພ້ອມດຽວກັນນີ້, ສະຫາຍປະທານສະພາແຫ່ງຊາດ ຢືນຢັນຄືນອີກເທື່ອໜຶ່ງວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ກ່ອນໜ້ານັ້ນ ໃນເວລາ 14:00 ໂມງ ຂອງວັນດຽວກັນ, ໄດ້ມີການພົບປະສອງຝ່າຍລະຫວ່າງສະຫາຍ ວິໄລວົງ ບຸດດາຄຳ ກັບ ສະຫາຍ ນາງ ເທຍ ນິງ ເຊິ່ງສອງຝ່າຍໄດ້ຮ່ວມກັນຕີລາຄາຄືນໝາກຜົນການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງໃນຕໍ່ໜ້າ ໂດຍສະເພາະການປັບປຸງຂໍ້ຕົກລົງຮ່ວມມື ສະບັບວັນທີ 4 ກັນຍາ 2023 ໃຫ້ເປັນສະບັບໃໝ່ ເພື່ອກະກຽມລົງນາມໃນໂອກາດທີ່ປະທານສະພາແຫ່ງຊາດລາວ ໄປຢ້ຽມຢາມ ສປຈີນ ຢ່າງເປັນທາງການ ໃນປີ 2027 ຫຼື ໂອກາດທີ່ເໝາະສົມ, ພ້ອມທັງແລກປ່ຽນບົດຮຽນດ້ານນິຕິບັນຍັດ, ການຕິດຕາມກວດກາ, ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ທັດສະນະຕໍ່ບັນຫາພາກພື້ນ-ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ນັບແຕ່ໄດ້ມີການລົງນາມຂໍ້ຕົກລົງຮ່ວມມື ໃນປີ 2023 ລະ ຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ສອງຝ່າຍໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຈົນເຖິງຂັ້ນທ້ອງຖິ່ນ ຢ່າງຕໍ່ເນື່ອງ, ມີການແລກປ່ຽນບົດຮຽນ, ຈັດສຳມະນາດ້ານວິຊາການ ເຊິ່ງຝ່າຍຈີນໃຫ້ທຶນຝຶກອົບຮົມ ແລະ ທັດສະນະສຶກສາ; ນອກນັ້ນ, ຝ່າຍຈີນຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຫ້ອງການແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງລາວ. ສອງຝ່າຍຍັງໄດ້ສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: AIPA, IPU, ASEP, APPF ແລະ ພິເສດ ໃນເດືອນກັນຍາ 2026 ໄດ້ຮ່ວມກັນຈັດກິດຈະກຳແລ່ນມິນິມາຣາທອນມິດຕະພາບ ລາວ-ຈີນ ຢ່າງຟົດຟື້ນ ຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງສາຍພົວພັນການທູດ ລາວ-ຈີນ ແລະ ວັນລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 35 ປີ (15/8/1991-15/8/2026).
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງສອງອົງການນິຕິບັນຍັດ ລາວ-ຈີນ ກໍຄືການແລກປ່ຽນຄະນະຜູ້ແທນນຳກັນໃນລະດັບຂັ້ນສູງຈົນຮອດຂັ້ນວິຊາການ, ຊຸກຍູ້ສົ່ງເສີມໃຫ້ມີການຢ້ຽມຢາມແລກປ່ຽນບົດຮຽນທຸກຂົງເຂດຢ່າງເປັນປະຈຳ ແລະ ຕໍ່ເນື່ອງ; ປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດໜຸ່ມ, ສະມາຊິກສະພາແຫ່ງຊາດເພດຍິງ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ຈີນ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ; ຊຸກຍູ້ການປະຕິບັດສັນຍາ, ຂໍ້ຕົກລົງ ແລະ ໂຄງການ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ; ຮ່ວມມື, ສະໜັບສະໜູນ, ປະສານສົມທົບ ເຊິ່ງກັນແລະກັນໃນການເຄື່ອນໄຫວວຽກງານຕ່າງໆໃນເວທີພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຝ່າຍລາວຍັງສະເໜີຝ່າຍຈີນ ໃຫ້ບົດຮຽນໃນການນຳໃຊ້ເຕັກໂນໂລຊີທັນສະໄໝ ເຊັ່ນ: ປັນຍາປະດິດ ເຂົ້າໃນການປັບປຸງ ແລະ ສ້າງກົດໝາຍ; ຝຶກອົບຮົມ ແລະ ຖ່າຍທອດວິທີການຫັນວຽກງານຂອງສະພາແຫ່ງຊາດ ໄປເປັນທັນສະໄໝ ແລະ ອັດສະລິຍະ, ມີລະບົບຖານຂໍ້ມູນທີ່ເປັນສູນຂອງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ, ແລະ ບົດຮຽນອື່ນໆທີ່ມີຄວາມເໝາະສົມ; ສືບຕໍ່ສະໜັບສະໜູນຂະຫຍາຍເສັ້ນທາງລົດໄຟ ລາວ-ຈີນ ໄປເຖິງພາກໃຕ້ຂອງ ສປປລາວ ເພື່ອສາມາດເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ກາຍເປັນກະດູກສັນຫຼັງຂອງພາກພື້ນ.
ຫຼັງຈາກສຳເລັດການເຮັດວຽກຢູ່ສະພາແຫ່ງຊາດ, ສະຫາຍ ນາງ ເທຍ ນິງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ວັນທີ 26 ພະຈິກ, ຄະນະຜູ້ແທນສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນທາງວັດທະນະທຳ ແລະ ປະຫວັດສາດຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນອີກດ້ວຍ.
(ນາງ ປາກາລັກ ພົມມີໄຊ)

