loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານກຳມາທິການ ສຕສ ສະພາແຫ່ງຊາດລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານການອອກໃບຕາດິນ ແລະ ການທົດລອງຂຸດຄົ້ນແຮ່ທາດ ຢູ່ແຂວງຄໍາມ່ວນ.

ຕ.ລ. 20, 2022 | ເຂດ 12 ຄຳມ່ວນ

  ໃນລະຫວ່າງວັນທີ 19-20 ຕຸລາ 2022 ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ (ສຕສ) ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ຢູ່ແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ທັງເປັນປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ມີຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ບັນດາຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ຈຸດປະສົງ ຂອງການເຄື່ອນໄຫວຕິດຕາມກວດກາຄັ້ງນີ້: ແມ່ນຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຂຶ້ນທະບຽນ ອອກໃບຕາດິນ ແລະ ການເຮັດທົດລອງຂຸດຄົ້ນແຮ່ທາດ ຕາມ ມະຕິກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ  ສະບັບເລກທີ 55/ສພຊ, ລົງວັນທີ 08 ກໍລະກົດ 2022 ແລະ ສະບັບເລກທີ 57/ ສພຊ, ລົງວັນທີ 08 ກໍລະກົດ 2022.

ໃນວາລະລົງມາເຄື່ອນໄຫວ ທ່ານ ຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ (ສຕສ) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກພະລັງງານ ແລະ ບໍ່ແຮ່ແຂວງ; ພະແນກແຜນການ ແລະ ການລົງທຶນແຂວງ; ພະແນກກະສິກຳ ແລະ ປ່າໄມ້ແຂວງ; ພະແນກການເງິນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກ່ຽວກັບຈັດຕັ້ງປະຕິບັດຜ່ານມາມີຄືແນວໃດ ແລະ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກຄືແນວໃດ, ບັນຫາການອອກໃບຕາດິນ, ການຄຸ້ມຄອງ, ນໍາໃຊ້ທີ່ດິນ ລວມເຖິງການທົດລອງຈັດຕັ້ງປະຕິບັດ 3 ປະເພດປ່າຢູ່ພາຍໃນແຂວງ ແລະ ບັນຫາການພັດທະນາໂຄງການທ່າບົກ ໄດ້ດຳເນີນໄປຄືແນວໃດ ໄດ້ມີການວາງໂຄງສ້າງ, ການອອກແບບ, ການກຳນົດທີ່ຕັ້ງ ແລະ ອື່ນໆຄືແນວໃດ ແລະ ປະຕິບັດການອອກໃບຕາດິນຖາວອນ, ການນຳໃຊ້ທີ່ດິນທີ່ບໍ່ຖືຕ້ອງຢູ່ພາຍໃນແຂວງ, ເຊິ່ງເຫັນວ່າປະຊາຊົນຈຳນວນໜຶ່ງຍັງມີການບຸກລຸກ ແລະ ເຂົ້າໄປຈັບຈອງເຂດເນື້ອທີ່ດິນຂອງລັດ ເຊິ່ງການລົງຕິດຕາມ, ກວດກາ ເພື່ອຄຸ້ມຄອງ ວຽກງານດັ່ງກ່າວໃນໄລຍະຜ່ານມາແມ່ນຕິດພັນກັບທາງດ້ານງົບປະມານ ແລະ ອຸປະກອນຮັບໃຊ້ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສຳລັບການຄຸ້ມຄອງ, ຕິດຕາມ, ກວດກາ ບັນດາບໍລິສັດທີ່ເຮັດທົດລອງຂຸດຄົ້ນແຮ່ເຫຼັກ ເຊິ່ງໃນປະຈຸບັນ ມີຫຼາຍບໍລິສັດທີ່ໄດ້ເລີ່ມຂຸດຄົ້ນ ແລະ ບົດແຮ່ ແລະ ມີແຜນທີ່ຈະສົ່ງອອກແຮ່ແຕ່ທ້າຍປີ 2021 ແຕ່ມາຮອດປະຈຸບັນແມ່ນຍັງບໍ່ສາມາດສົ່ງອອກໄດ້, ພາຍຫລັງໄດ້ຮັບຟັງການລາຍງານຈາກບັນດາພະແນກການທີ່ກ່ຽວຂ້ອງ ທ່ານ ຮອງປະທານ (ສຕສ) ກໍ່ໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີບາງຄໍາຖາມເຈາະຈີ້ມໂດຍກົງຕໍ່ພະແນກການດັ່ງກ່າວທີ່ເຂົ້າຮ່ວມ ເພື່ອເປັນຂໍ້ອັນຄົບຖ້ວນຮອບດ້ານດ້ວຍພາວະວິໃສ, ເປັນຂໍ້ມູນໄປຄົ້ນຄວ້າ, ວິເຄາະ, ວິໃຈ ໃຫ້ເຫັນສະພາບຕົວຈິງ; ຈາກນັ້ນ ຄະນະໄດ້ສືບຕໍ່ລົງເຮັດວຽກຢູ່ພາກສະໝາມ ບ້ານກົກຕ້ອງ ເມືອງເຊບັ້ງໄຟ ແລະ ເຂດຂຸດຄົ້ນແຮ່ທາດ ຢູ່ເມືອງຫີນບູນ.

ໃນຕອນທ້າຍ ທ່ານ ປອ. ເກດແກ້ວ ສີຫາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະແດງຄວາມຊົມເຊີຍຕໍ່ຂະແໜງການທີ່ກ່ຽວ ຂ້ອງຂອງແຂວງ ແລະ ເມືອງທີ່ໄດ້ສະໜອງຂໍ້ມູນຮອບດ້ານ ໃຫ້ຄະນະທິມງານທີ່ມາເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໃນຄັ້ງນີ້ ເຊິ່ງເປັນຂໍ້ມູນພື້ນຖານ ແລະ ບ່ອນອີງທີ່ຈະສັງລວມລາຍງານຕໍ່ ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ມີທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຕໍ່ໜ້າໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

(ເອື້ອ ມະໂນສິງ)