
ຕອນເຊົ້າຂອງວັນຈັນທີ 29 ມິຖຸນາ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ອົງການກວດສອບປະຈາໍາພາກເໜືອ II, ໄດ້ເຂົ້າພົບ ແລະ ລາຍງານແຜນການເຄື່ອນໄຫວວຽກ ຕໍ່ຮອງປະທານສະພາປະຊາຊົນແຂວງ, ເຊິ່ງນໍາໂດຍທ່ານ ອິນທາ ລືນາມມະຈັກ ກໍາມະການພັກແຂວງ, ປະທານອົງການກວດສອບປະຈາໍາພາກເໜືອ II ພ້ອມດ້ວຍຄະນະ; ຕ້ອນຮັບໂດຍທ່ານ ນ.ຄໍາໝັ້ນ ແກ້ວບຸນຫວນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາ, ຮອງປະທານຄະນະກໍາມະການ ແລະ ຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ຕາງໜ້າຄະນະຮັບຜິດຊອບຈາກອົງການກວດສອບປະຈາໍາພາກເໜືອ II ໄດ້ສະເໜີຈຸດປະສົງ ແລະ ລາຍງານໂດຍຫຍໍ້ແຜນການເຄື່ອນໄຫວວຽກກວດສອບ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ເປັນຕົ້ນແມ່ນ: ການຂຸດຄົ້ນແຮ່ທາດຕ່າງໆ ຢູ່ພາຍໃນແຂວງອຸດົມໄຊ ແລະ ຈະຍັງສືບຕໍ່ກວດສອບບັນດາຫົວໜ່ວຍເປົ້າໝາຍຄື: ຊັບສິນແຫ່ງລັດ, ກວດສອບງົບປະມານ. ທ່ານ ຄອນສີ ໄຊຍະມອນ ຄະນະປະຈໍາ, ປະທານຄະນະກໍາມະການເສດຖະກິດ ແລະ ການເງິນ, ໄດ້ມີຄໍາຄິດຄໍາເຫັນເຈາະຈີ້ມບາງບັນຫາທີ່ພົບພໍ້, ບັນຫາທີ່ສົ່ງຜົນກະທົບທາງດ້ານຕ່າງໆ; ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືເຊິງກັນ ແລະ ກັນ ຢ່າງກົງໄປກົງມາ ເພີ່ມເຕີ່ມ. 
ໂອກາດດັ່ງກ່າວ, ທ່ານ ນ.ຄໍາໝັ້ນ ແກ້ວບຸນຫວນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ໄດ້ມີຄໍາເຫັນໃຫ້ອົງການກວດສອບປະຈາໍາພາກເໜືອ II ສືບຕໍ່ເຄື່ອນໄຫວວຽກງານກວດສອບ ໃຫ້ມີປະສິດທິຜົນ, ຖືກຕ້ອງສອດຄ່ອງຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ເຄື່ອນໄຫວວຽກງານໃຫ້ສໍາເລັດຜົນ ຕາມລະດັບຄາດໝາຍທີ່ວ່າງໄວ້.



ພາບ/ຂ່າວ: ສະພາປະຊາຊົນແຂວງ.
