loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອຸປະສັກຂອງການພັດທະນາ

ທ.ວ. 8, 2022 | SlideMobile

ດັ້ນກີບເມກ
​ ບາງຄົນຄິດຕຶ້ນ, ເບິ່ງໃກ້ຈຶ່ງພາໃຫ້ບໍ່ເຂົ້າໃຈບັນຫາທີ່ກໍາລັງເກີດຂຶ້ນ ແລະ ຫຼາຍບັນຫາທີ່ເກີດຂຶ້ນມັນອາດບໍ່ຈົບສິ້ນລົງໄວວາ ແລະ ເລື່ອນຫາຍໄປກັບສາຍລົມ ແຕ່ບາງບັນຫາທີ່ເກີດຂຶ້ນມັນອາດຝາກຮອຍຊໍ້າ ຝາກບົດຮຽນທັງດີ ແລະ ບໍ່ດີໄວ້ແກ່ຄົນລຸ້ນຫຼັງຕໍ່ມາ ຍົກຕົວຢ່າງ: ບາງກໍລະນີສໍ້ໂກງປະເພດ 18 ມຸງກຸດ ມັນກໍຈະສົ່ງຜົນກະທົບແກ່ສັງຄົມທັງສ່ວນບຸກຄົນ ແລະ ສ່ວນລວມ ເຖິງແມ່ນວ່າປາກົດການຫຍໍ້ທໍ້ທາງສັງຄົມມັນບໍ່ພຽງປາກົດໃນຍຸກປັດຈຸບັນເທົ່ານີ້ດອກ ແຕ່ມັນເກີດຂຶ້ນມາຫຼາຍຍຸກຫຼາຍສະໄໝໂດຍຕິດພັນກັນມາໃນສັງຄົມ.
​ ປາກົດການຫຍໍ້ທໍ້ໃນສັງຄົມຊີ້ບອກການກະທໍາຂອງບາງຄົນທີ່ລະເມີດ ແລະ ຝືນລະບຽບວິໄນ ແລະ ກົດໝາຍບ້ານເມືອງ ແລະ ຝືນທາງກ້າວໜ້າຂອງສັງຄົມໃນຫຼາຍດ້ານເຊັ່ນ: ຜູ້ລະເມີດຂາດສິນທໍາຂາດຄຸນນະທໍາ, ຂາດສິນທໍາປະຕິວັດ, ຝືນກັບລະບຽບກົດເກນໜ້າທີ່ຮັບຜິດຊອບ ບາງກໍລະນີປ່ຽນແປງຜົນປະໂຫຍດລວມຂອງໝູ່ ຫຼື ຂອງສັງຄົມ ໃຫ້ກາຍເປັນຜົນປະໂຫຍດສ່ວນຕົວ ເຊິ່ງບັນຫາທີ່ເວົ້ານີ້ ມີປາກົດໃນຫຼາຍສັງຄົມໂລກ ບໍ່ວ່າສັງຄົມນັ້ນຈະມີການພັດທະນາສູງ ຫຼື ຕໍ່າກໍຕາມ ເຊັ່ນ: ການສໍ້ໂກງ ຫຼື ສໍ້ລາດບັງຫຼວງ, ປາກົດການທາງເສດຖະກິດ-ການເງິນທີ່ເກີດຂຶ້ນພົ້ນເດັ່ນຫຼາຍຮູບແບບ ແລະ ຂະໜາດໃນບ່ອນທີ່ມີອໍານາດ ແລະ ເງິນຕາທີ່ພົວພັນການຄ້າຂາຍ ຫຼື ຜົນປະໂຫຍດຊັບສິນ.
​ ປາກົດການຫຍໍ້ທໍ້ ດັ່ງທີ່ເວົ້າຂ້າງເທິງ ມັນບໍ່ຈົບບໍ່ສິ້ນຂາດໂຕ ແຕ່ມັນຈະເກີດແຜ່ລາມໄປໜ້າຕິກໆ ທີ່ເກີດຂຶ້ນໃນຫຼາຍຂົງເຂດວຽກງານເຊັ່ນ: ດ້ານແນວຄິດ-ວັດທະນະທໍາ ຫຼິ້ນກິນຟຸມເຟືອຍ ບໍ່ເຄົາລົບສິນທໍາ-ຮີດຜົວຄອງເມຍ ແລະ ປາກົດການຫຍໍ້ທໍ້ ດ້ານການຄ້າຂາຍ (ເສດຖະກິດ) ການສໍ້ໂກງຊັບສິນບາງກໍລະນີສວຍໃຊ້ໜ້າທີ່ຕໍາແໜ່ງຜົນປະໂຫຍດເປັນກຸ່ມກ້ອນ ທ່ານຜູ້ອ່ານກໍອາດໄດ້ຍິນມາກັບຫູວ່າກິນກັນເປັນໝູ່ຄະນະ.
​ຜົນກະທົບທັງໄລຍະສັ້ນ ແລະ ໄລຍະຍາວຂອງປາກົດການຫຍໍ້ທໍ້ເສດຖະກິດສັງຄົມ ແລະ ວັດທະນະທໍາ ຖ້າສັງເກດເບິ່ງໃຫ້ດີ ແມ່ນຍັງມີທ່າອ່ຽງເກີດຂຶ້ນຢູ່ເລື້ອຍໆ ເຊິ່ງອາດຍ້ອນຜົນກະທົບຂອງກະແສວັດຖຸນິຍົມ ແລະ ເສດຖະກິດຕະຫຼາດທີ່ມີການແຂ່ງຂັນສູງ ພັກດັນໃຫ້ຫຼາຍຄົນແລ່ນຕາມກະແສ ເຊິ່ງເຮົາບໍ່ສາມາດປະຕິເສດໄດ້; ຂະນະດຽວກັນ ຜົນກະທົບດັ່ງກ່າວ ຍັງແຜ່ລາມໂລກໃສ່ຮູບແບບການດໍາລົງຊີວິດທີ່ອວດເຫີ່ນິຍົມກັນທາງດ້ານບໍລິໂພກວັດຖຸ ທີ່ຖືກັນເປັນປົກກະຕິເປັນຕົວບອກສະຖານະ…!
​ ທັງໝົດທັງມວນທີ່ກ່າວມານັ້ນ ມັນເປັນອຸປະສັກໃນການພັດທະນາຂອງທົ່ວມຸມໂລກ.