ອັດຕະປື ປິດການຊົດເຊີຍລາຍການທີ 6 ແກ່ຜູ້ປະສົບໄພເຂື່ອນເຊປຽນ-ເຊນ້ຳນ້ອຍ, ຕິດຕາມກວດກາ ແລະ ແກ້ໄຂຜົນກະທົບເຫດການອ່າງເກັບນໍ້າບໍລິສັດ 15 ອົງສາ

ກ.ຍ. 8, 2026

(ສພຊ) – ວັນທີ 3 ກັນຍາ 2026 ທີ່ຫ້ອງວ່າການເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ແລະ ປິດການຊົດເຊີຍລາຍການທີ 6 ເປັນລາຍການສຸດທ້າຍ ໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດຈາກເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ 2018, ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາການນຳຂັ້ນແຂວງ-ເມືອງ, ຕາງໜ້າບໍລິສັດ PNPC, ປະທານບ້ານ ແລະ ປະຊາຊົນຈາກ 6 ບ້ານ.
ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານຜົນການຊ່ວຍເຫຼືອ, ການຊົດເຊີຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງຜ່ານມາໄດ້ຊ່ວຍເຫຼືອຜູ້ປະສົບໄພ 231 ຄົນ, ມອບເຮືອນພັກຖາວອນ 811 ຫຼັງ, ຟື້ນຟູທາງ 18 ເສັ້ນ ຄວາມຍາວ 27 ກິໂລແມັດ, ກໍ່ສ້າງຊົນລະປະທານ 4 ແຫ່ງ ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດ 1,070 ເຮັກຕາ (ຮຕ) ພ້ອມທັງຟື້ນຟູໂຮງຮຽນ, ໂຮງໝໍຊຸມຊົນ, ໄຟຟ້າ, ຕະຫຼາດ ແລະ ໂຄງລ່າງອື່ນໆ; ນອກຈາກນີ້, ໄດ້ຈັດສັນດິນຜະລິດເນື້ອທີ່ 2,125 ຮຕ, ໃນນັ້ນ 1,474 ຮຕ ຈັດສັນໃຫ້ 811 ຄອບຄົວ ແລະ ຟື້ນຟູດິນນາເດີມ 2,263 ຮຕ ພ້ອມສະໜອງກົນຈັກກະສິກຳ ມູນຄ່າກວ່າ 4.8 ຕື້ກີບ. ຈາກຜົນການຟື້ນຟູ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນໂດຍພື້ນຖານ.
ສຳລັບການຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍ, ບໍລິສັດ PNPC ໄດ້ມອບເງິນຊົດເຊີຍຈຳນວນ 10 ລ້ານໂດລາ ໂດຍມີລາຍລະອຽດດັ່ງນີ້:
ບ້ານໃໝ່: ຄົວເຮືອນທີ່ໄດ້ຮັບຜົນກະທົບ 166 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 32,260,297,897 ກີບ;
ບ້ານທ່າຫີນ: ຄົວເຮືອນທີ່ເຫັນດີຮັບຮອງເອົາມູນຄ່າໃບຄິດໄລ່ ແລະ ເງື່ອນໄຂການຮ້ອງຂໍ 184 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 16,573,578,678 ກີບ;
ບ້ານຫີນລາດ: 154 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 16,418,051,865 ກີບ;
ບ້ານທ່າແສງຈັນ: ຄົວເຮືອນທີ່ເຫັນດີຮັບຮອງເອົາມູນຄ່າໃບຄິດໄລ່ ແລະ ເງື່ອນໄຂການຮ້ອງຂໍ 103 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 8,152,691,037 ກີບ;
ບ້ານສະໝອງໃຕ້: 75 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 13,931,129,580 ກີບ;
ບ້ານແທ (ຄຸ້ມໂຄກກ່ອງ): 225 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 13,095,359,853 ກີບ;
ບ້ານຕະມໍຢອດ: ຄົວເຮືອນທີ່ເຫັນດີຮັບຮອງເອົາມູນຄ່າໃບຄິດໄລ່ ແລະ ເງື່ອນໄຂການຮ້ອງຂໍ 61 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 2,246,731,342 ກີບ.
ລວມທັງໝົດ 6 ບ້ານ 1 ຄຸ້ມ ມີຈຳນວນ 968 ຄົວເຮືອນ ທີ່ໄດ້ຮັບການຮັບຮອງຂໍ້ມູນສຸດທ້າຍ ໃນມູນຄ່າລວມທັງໝົດ 102,677,840,252 ກີບ ເທົ່າກັບ 100% ໃນນັ້ນມີ 5 ຄົວເຮືອນ ມີມູນຄ່າຊົດເຊີຍທັງໝົດ 766,644,005 ກີບ ເທົ່າກັບ 0.51%, ປັດຈຸບັນກຳລັງຂຸ້ນຂ້ຽວກວດກາຄວາມພ້ອມດ້ານຕ່າງໆໃນການໂອນເງິນ ຈໍານວນດັ່ງກ່າວເຂົ້າບັນຊີຂອງປະຊາຊົນ ໃຫ້ສໍາເລັດພາຍໃນເດືອນກັນຍານີ້; ໂອກາດນີ້, ແຂວງອັດຕະປື ໄດ້ອອກໜັງສືຢືນຢັນການຊຳລະຄົບຖ້ວນ ພ້ອມທັງລົງນາມໃນບົດທຶກມອບ-ຮັບຢ່າງເປັນທາງການ ໂດຍຕາງໜ້າຈາກທັງສອງຝ່າຍ.
ທ່ານ ບຸນເຖິງ ດວງສະຫວັນ ຢ້ຳວ່າ: ການຊົດເຊີຍລາຍການທີ 6 ຄັ້ງນີ້ ມີຄວາມໝາຍສຳຄັນໃນການສະຫຼຸບ ແລະ ປິດຂະບວນການຊົດເຊີຍ ພ້ອມທັງຈະສືບຕໍ່ເອົາໃຈໃສ່ຟື້ນຟູຊີວິດ ແລະ ສ້າງຄວາມເປັນຢູ່ທີ່ດີໃຫ້ແກ່ປະຊາຊົນຜູ້ປະສົບໄພຕໍ່ໄປ.
ໃນວັນດຽວກັນ, ທ່ານ ບຸນເຖິງ ດວງສະຫວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ-ເມືອງ ໄດ້ລົງພື້ນທີ່ຫ້ວຍສະໝອງ ເຂດເມືອງສະໜາມໄຊ ເພື່ອຕິດຕາມກວດກາ ແລະ ຮັບຟັງລາຍງານສະພາບຜົນກະທົບຕໍ່ປະຊາຊົນຈາກກໍລະນີນໍ້າໄຫຼຜ່ານຫ້ວຍສະໝອງມີປະລິມານຫຼາຍກວ່າປົກກະຕິ; ທັງນີ້, ກໍເພື່ອກວດກາສະພາບ, ຮັບຟັງລາຍງານຈາກທ້ອງຖິ່ນ ແລະ ສອບຖາມຂໍ້ມູນຈາກຄອບຄົວທີ່ໄດ້ຮັບຜົນກະ ທົບຕົວຈິງ.
ທ່ານ ຄໍາໂພໄຊ ໄຊຍະເສນາ ເລຂາພັກເມືອງສະໜາມໄຊ ໄດ້ລາຍງານເບື້ອງຕົ້ນວ່າ: ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 19 ສິງຫາຜ່ານມາ ໄດ້ມີນໍ້າໄຫຼຜ່ານຫ້ວຍສະໝອງໃນປະລິມານຫຼາຍ ສົ່ງຜົນໃຫ້ປະຊາຊົນທີ່ອາໄສຢູ່ຕາມເຂດດັ່ງກ່າວໄດ້ຮັບຜົນກະທົບ; ຈາກການກວດກາ ແລະ ສໍາຫຼວດໃນເບື້ອງຕົ້ນພົບວ່າ ມີຄອບຄົວປະຊາຊົນຈໍານວນໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າຂອງບໍລິສັດ 15 ອົງສາ ສວນກ້ວຍ, ຜົນກະທົບດັ່ງກ່າວໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງປະຊາຊົນ ແລະ ຈໍາເປັນຕ້ອງມີການກວດກາລາຍລະອຽດດ້ານຄວາມເສຍຫາຍຕໍ່ໄປ.
ການລົງພື້ນທີ່ຂອງຄະນະນໍາແຂວງໃນຄັ້ງນີ້ ມີຈຸດປະສົງສໍາຄັນໃນການກວດກາສະພາບຕົວຈິງ, ຮັບຟັງບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ ພ້ອມທັງຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ຮ່ວມກັນກວດສອບຫາສາເຫດ ແລະ ປະເມີນຄວາມເສຍຫາຍຢ່າງຮອບດ້ານ; ພ້ອມນີ້, ຍັງໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງປະສານສົມທົບກັນຢ່າງໃກ້ຊິດ ໃນການຮັບຜິດຊອບ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໂດຍຄໍານຶງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນເປັນສໍາຄັນ. ສໍາລັບຂັ້ນຕໍ່ໄປ, ພາກສ່ວນກ່ຽວຂ້ອງຈະສືບຕໍ່ກວດກາ ແລະ ລວບລວມຂໍ້ມູນຄວາມເສຍຫາຍຂອງແຕ່ລະຄອບຄົວ ເພື່ອນໍາໄປພິຈາລະນາຫາມາດຕະການຊ່ວຍເຫຼືອ, ຊົດເຊີຍ ແລະ ແກ້ໄຂຕາມຄວາມເໝາະສົມ ແລະ ຕາມລະບຽບການ.
ການລົງຕິດຕາມກວດກາຄັ້ງນີ້ ສະແດງໃຫ້ເຫັນເຖິງການໃສ່ໃຈຂອງຄະນະນໍາແຂວງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງຊອກຫາແນວທາງແກ້ໄຂຢ່າງທັນການ ເພື່ອບັນເທົາຜົນກະທົບ ແລະ ສ້າງຄວາມອຸ່ນໃຈໃຫ້ແກ່ຄອບຄົວປະຊາຊົນໃນພື້ນທີ່.

(ມະນີວອນ)