ຫ້ອງວ່າການສະພາປະຊາຊົນແຂວງ ອັດຕະປື ສະຫຼຸບວຽກງານ 6 ເດືອນຕົ້ນປີ 2026

ກ.ຍ. 14, 2026

ວັນທີ 31 ສິງຫາ 2026 ນີ້, ຫ້ອງວ່າການສະພາປະຊາຊົນແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2026. ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ. ໂດຍການເປັນປະທານຂອງທ່ານ ພົງສະຫວັນ ພົມມະວົງ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາ, ຄະນະກໍາມະການ, ຄະນະຫ້ອງວ່າການ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ເກດມະນີ ໄຊຍະເສນ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ  ໄດ້ລາຍງານວ່າ: ຫ້ອງວ່າການສະພາປະຊາຊົນແຂວງ ແມ່ນກົງຈັກການຈັດຕັ້ງທີ່ຖືກຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V. ມີພາລະບົດບາດເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ, ປະກອບມີຄະນະຫ້ອງວ່າການ 4 ທ່ານ,​ ຫົວໜ້າ 1 ທ່ານ, ຮອງ 3 ທ່ານ, ປະກອບມີ 3 ຂະແໜງການຂຶ້ນກັບ, ມີພະນັກງານ-ລັດຖະກອນປະຈຳຫ້ອງວ່າການ 21 ທ່ານ, ຍິງ 8 ທ່ານ, ຕະຫຼອດໄລຍະ 6 ເດືອນຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ດ້ານການເມືອງ-ແນວຄິດ ສຳເລັດການເຊື່ອມຊຶມມະຕິ ແລະ ຄຳສັ່ງຂອງພັກ-ລັດ ໃຫ້ແກ່ພະນັກງານ-ລັດຖະກອນ, ສຳເລັດການກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກຂອງ ສພຂ ແລະ ກອງປະຊຸມຄະນະປະຈຳ ສພຂ 3 ຄັ້ງ,​ ລົງເຜີຍແຜ່ຜົນສຳເລັດກອງປະຊຸມໄດ້ 51 ຈຸດ ສັງລວມຄໍາສະເໜີຂອງປະຊາຊົນໄດ້ 213 ຄໍາສະເໜີ, ຜະລິດຂ່າວໄດ້ 23 ຂ່າວ, ແລະ ຄວບຄຸມລະບົບລົງຄະແນນສຽງ 11 ຄັ້ງ, ປະກາດກົງຈັກ ແລະ ບຸກຄະລາກອນ 3 ຄະນະກຳມະການ ແລະ 5 ເມືອງ, ປະຕິບັດນະໂຍບາຍອຸດໜູນຄອບຄົວພະນັກງານ 11 ຄັ້ງ, ຈັດສັນລົດຖີບຊ່ວຍເຫຼືອສັງຄົມ 120 ຄັນ, ຄຸ້ມຄອງເອກະສານຜ່ານປະຕູດຽວໄດ້ 563 ສະບັບ, ໄດ້ຮັບໃບຢັ້ງຢືນສຳນັກງານຕົວແບບ ຂຽວ ສະອາດ ງາມຕາ ປະຈຳປີ 2026″ ນອກນີ້ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ອາລຸນນີ ໄຊຍະຈັກ ເປັນຫົວໜ້າຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ຂອງສະພາປະຊາຊົນແຂວງ. ຈາກນັ້ນ, ທີ່ປະຊຸມໄດ້ມີການແລກປ່ຽນ ແລະ ປະກອບຄໍາຄິດຄໍາເຫັນຢ່າງ ກົງໄປກົງມາ. ບັນດາຜູ້ເຂົ້າຮ່ວມໄດ້ສຸມໃສ່ປະກອບຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສະທ້ອນໃຫ້ເຫັນດ້ານດີທີ່ຕ້ອງເສີມຂະຫຍາຍ ແລະ ດ້ານອ່ອນ-ຂໍ້ຄົງຄ້າງທີ່ຕ້ອງໄດ້ຮີບຮ້ອນປັບປຸງ. ພ້ອມດຽວກັນນັ້ນ, ຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ກໍານົດທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2026 ໂດຍເນັ້ນໃສ່ການເພີ່ມພູນຄຸນນະພາບການເປັນເສນາທິການ, ການຫັນເປັນດີຈີຕອນໃນການຄຸ້ມຄອງເອກະສານ ແລະ ການຍົກລະດັບຄວາມສາມາດດ້ານວິຊາສະເພາະຂອງພະນັກງານ-ລັດຖະກອນ ໃຫ້ປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບສູງຂຶ້ນ. ຕອນທ້າຍ ຍັງໄດ້ຮັບຟັງທິດຊີ້ນໍາຂອງທ່ານ ພູວັນ ພົມມະຈັນ ໂດຍໄດ້ເນັ້ນໜັກໃຫ້ຫ້ອງວ່າການສະພາປະຊາຊົນແຂວງເອົາໃຈໃສ່ສຶບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເປັນເຈົ້າການໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ພັດທະນາແນວຄິດຂອງພະນັກງານໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ, ຕັ້ງໜ້າ, ມີຈິນຕະນາການໃຫມ່ ແລະ ຝຶກຝົນຫຼໍ່ຫຼອມຄຸນສົມບັດຮັກຊາດ-ຮັກລະບອບປະຊາທິປະໄຕ, ຫັນປ່ຽນການເຮັດວຽກໃຫ້ມີຄວາມລະອຽດ, ວ່ອງໄວ, ໂປ່ງໃສ, ມີວິທະຍາສາດ ແລະ ເອົາໃຈໃສ່ຕິດຕາມ-ກວດກາ ວຽກງານຢ່າງໃກ້ຊິດ, ຍົກສູງຄຸນນະພາບການເປັນເສນາທິການຮອບດ້ານ ໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໂດຍສະເພາະການກວດກາເອກະສານ, ການສັງລວມຂໍ້ມູນ, ຄວາມຄິດເຫັນຂອງປະຊາຊົນ ແລະ ການກະກຽມເນື້ອໃນຮັບໃຊ້ກອງປະຊຸມສະພາປະຊາຊົນແຂວງ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. (ວິນັດ)